HSBC ຍົກການຄາດຄະເນການເຕີບໂຕ GDP ຂອງຫວຽດນາມປີ 2022 ຂຶ້ນເປັນ 6,9%

(VOVWORLD) -ໃນໄຕມາດ II/2022, GDP ຂອງຫວຽດນາມ ບັນລຸໄດ້ 7,7%, ເຊິ່ງແມ່ນລະດັບການເຕີບໂຕສູງທີ່ສຸດໃນ 11ປີຜ່ານມາ, ຍ້ອນມີການຟື້ນຟູໃນບໍລິເວນກວ້າງ, ການເປີດປະຕູຢ່າງສົມບູນ, ຄວາມຕ້ອງການຢູ່ພາຍໃນປະເທດໄດ້ຮັບການຟື້ນຟູ, ການຜະລິດສືບຕໍ່ເພີ່ມຂຶ້ນແຮງ, ການສົ່ງອອກລະດັບເຕີບໂຕສູງສຸດໃນປະຫວັດສາດ.
HSBC ຍົກການຄາດຄະເນການເຕີບໂຕ GDP ຂອງຫວຽດນາມປີ 2022 ຂຶ້ນເປັນ 6,9% - ảnh 1(ພາບປະກອບ: Vietnam+)

ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍທົ່ວໂລກ, ຫວຽດນາມ ພວມມານະພະຍາຍາມທີ່ສຸດ, ຍິງໄປກວ່ານັ້ນແມ່ນເປັນປະເທດພົ້ນເດັ່ນຢູ່ພາກພື້ນ ກ່ຽວກັບການເຕີບໂຕ GDP. ດັ່ງນັ້ນ, ທະນາຄານທົ່ວໂລກ HSBC ໄດ້ຍົກການຄາດຄະເນການເຕີບໂຕ GDP ຂອງຫວຽດນາມ ປີ 2022 ຂຶ້ນເປັນ 6,9%. ຕາມການຕີລາຄາຂອງທ່ານ Tim Evans, ຜູ້ອໍານວຍການໃຫຍ່ຂອງ HSBC ຫວຽດນາມ ແລ້ວ, ໃນໄຕມາດ II/2022, GDP ຂອງຫວຽດນາມ ບັນລຸໄດ້ 7,7%, ເຊິ່ງແມ່ນລະດັບການເຕີບໂຕສູງທີ່ສຸດໃນ 11 ປີຜ່ານມາ, ຍ້ອນມີການຟື້ນຟູໃນບໍລິເວນກວ້າງ, ການເປີດປະຕູຢ່າງສົມບູນ, ຄວາມຕ້ອງການຢູ່ພາຍໃນປະເທດໄດ້ຮັບການຟື້ນຟູ, ການຜະລິດສືບຕໍ່ເພີ່ມຂຶ້ນແຮງ, ການສົ່ງອອກລະດັບເຕີບໂຕສູງສຸດໃນປະຫວັດສາດ.

        ອະທິບາຍກ່ຽວກັບການຄາດຄະເນຂອງ HSBC, ທ່ານ Tim Evans  ໄດ້ອ້າງເຫດຜົນກ່ຽວກັບເລື່ອງພາຍຫຼັງທີ່ S&P ຍົກລະດັບ ຫວຽດນາມ, ຕົ້ນເດືອນນີ້, Moodys ໄດ້ຈັດລໍາດັບຄວາມໄວ້ວາງໃຈ ຫວຽດນາມ ຂຶ້ນລະດັບ Ba2, ມີແຕ່ຫຼຸດການລົງທຶນໜຶ່ງຂັ້ນເທົ່ານັ້ນ. ປະຈຸບັນ FITCH ຈັດລະດັບ ຫວຽດນາມ ຢູ່ລະດັບ BB ກ່ຽວກັບແງ່ຫວັງຕັ້ງໜ້າ, ນອກຈາກນັ້ນ, ຫວຽດນາມກໍ່ມີຄວາມຫວັງຢາກກາຍເປັນຕະຫຼາດອຸປະໂພກທົ່ວໂລກໃຫຍ່ອັນດັບ 10ຂອງໂລກໃນປີ 2030, ລື່ນກາຍທັງ ເຢຍລະມັນ ແລະ ອັງກິດ. ການອ້າງເຫດຜົນນີ້ໄດ້ສະແດງໃຫ້ເຫັນຈຸດຕັ້ງໜ້າໃນການເຕີບໂຕ GDP ຂອງຫວຽດນາມ ໃນໄລຍະຜ່ານມາ ແລະ ໃນຊຸມເດືອນຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ