IAEA ກ່າວເຕືອນວ່າການກໍ່ການຮ້າຍດ້ານນິວເຄຼຍອາດຈະເກີດຂຶ້ນໃນຂອບເຂດທົ່ວໂລກ

IAEA ກ່າວເຕືອນວ່າການກໍ່ການຮ້າຍດ້ານນິວເຄຼຍອາດຈະເກີດຂຶ້ນໃນຂອບເຂດທົ່ວໂລກ - ảnh 1
ຜູ້​ອຳ​ນວຍ​ການ​ໃຫຍ່ IAEA Yukiya Amano
(ພາບ​ປະ​ກອບ: THX/TTXVN)

(vovworld) - ວັນ​ທີ 05/12, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການພະລັງງານປະ​ລາ​ມະນູ​ສາກົນ (IAEA) Yukiya Amano ໄດ້​ກ່າວ​ເຕືອນ​​ວ່າ ​ບັນ​ດາ​ພາກ​ສ່ວນກໍ່​ການ​ຮ້າຍ​ອາດ​ຈະ​ບຸກ​ໂຈມ​ຕີ​ດ້ານນິວ​ເຄຼຍ ໃນ​ຂອບ​ເຂດ​ທົ່ວ​ໂລກ. ​ເມື່ອ​ໄຂກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​​ເພື່ອປຶກສາ​ຫາ​ລື​ບັນ​ດາ​ມາ​ດ​ຕະ​ການ​ສະ​ກັດກັ້ນ​ການ​​ສວຍ​ໃຊ້​ແຫຼ່ງວັດ​ຖຸ​ມັນ​ຕະພາບ​ລັງສີ ກໍ​ຄື​ພົບ​ເຫັນ​ໂດຍ​ໄວ, ສະ​ກັດ​ກັ້ນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​​ທີ່​ເລັ່ງ​ໃສ່​ບັນ​ດາ​​ຮາກ​ຖານ​ນິວ​ເຄຼຍ, ທ່ານ Amano ໃຫ້​ຮູ້​ວ່າ, ບັນ​ດາ​ພາກ​ສ່ວນກໍ່​ການ​ຮ້າຍ ແລະ ອາດ​ຊະ​ຍາ​ກຳ​ຈະ​ຊອກ​ຫາ​ວິ​ທີ​​ສວຍ​ໃຊ້​ຊ່ອງ​ຫວ່າງ​ໃນ​ລະ​ບົບປ້ອງ​ກັນ​ຄວາມ​ສະ​ຫງົບ​ດ້ານ​ນິວ​ເຄຼຍ​ທົ່​ວ​ໂລກ. ສະ​ນັ້ນ, ບັນ​ດາ​ປະ​ເທດ​ລ້ວ​ນ​ແຕ​່​ສາ​ມາດ​ກາຍ​ເປັນ​ສະ​ຖານ​ທີ່​ກາງ​​ສົ່ງ​ຕໍ່ ແລະ ຢືນ​ຢູ່​ຕໍ່​ໜ້າ​ໄພ​ກາຍ​ເປັນ​ເປົ້​າ​ໝາຍ​​ບຸກ​ໂຈມ​ຕີ​ຂອງ​ພວກ​ມັນ.

ຂ່າວ/ບົດ​ອື່ນ