IAEA ຕັ້ງ​ຄວາມ​ຫວັງຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​​ກັບ ອີ​ຣານ

(VOVWORLD) - ຂໍ້ຕົກລົງນິວເຄຼຍກັບ ອີຣານ ຫຼືເອີ້ນວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA), ຈະຖືກຟື້ນຟູ ເພື່ອແນໃສ່ຮັບປະກັນບັນດານການເຄື່ອນໄຫວນິວເຄຼຍຂອງປະເທດນີ້ທີ່ມີລັກສະນະສັນຕິພາບ.
IAEA ຕັ້ງ​ຄວາມ​ຫວັງຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​​ກັບ ອີ​ຣານ - ảnh 1

(ພາບ: IRNA/TTXVN)

      ວັນທີ 2 ກັນຍາ, ສຳນັກຂ່າວສານ Mehr ຂອງ ອີຣານ ໃຫ້ຮູ້ວ່າ ທ່ານ Rafael Grossi ຜູ້ອຳນວຍການໃຫ່ຍອົງການພະລັງງານປະລະມານູສາກົນ (IAEA) ໄດ້ສະແດງຄວາມຫວັງວ່າ ຂໍ້ຕົກລົງນິວເຄຼຍກັບ ອີຣານ ຫຼືເອີ້ນວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA), ຈະຖືກຟື້ນຟູ ເພື່ອແນໃສ່ຮັບປະກັນບັນດານການເຄື່ອນໄຫວນິວເຄຼຍຂອງປະເທດນີ້ທີ່ມີລັກສະນະສັນຕິພາບ. ທ່ານ Rafael Grossi ໃຫ້ຮູ້ວ່າ ທ່ານໄດ້ຮັບຄຳຕອບຈາກທ່ານ Masoud Pezeshkian, ປະທານາທິບໍດີຄົນໃໝ່ຂອງ ອີຣານ ໂດຍມີສັນຍານຊີ້ບອກຄວາມສາມາດຈະເຊື່ອມຕໍ່ການເຈລະຈາ ເພື່ອແນໃສ່ຮັບປະກັນລັກສະນະສັນຕິພາບຂອງບັນດາການເຄື່ອນໄຫວນິວເຄຼຍ ໂດຍ ອີຣານ ດຳເນີນ. ທ່ານຜູ້ອຳນວຍການໃຫ່ຍອົງການ IAEA ເນັ້ນໜັກວ່າ ຄວາມຕ້ອງການເພີ່ມທະວີຄວາມໃສແຈ້ງ ແລະ ການຮ່ວມມື, ພິເສດແມ່ນໃນສະພາບການທີ່ຄວາມສາມາດດ້ານນິວເຄຼຍຂອງ ອີຣານ ພວມມີບັນດາບາດກ້າວພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ