IAEA ຢັ້ງ​ຢືນ ອີ​ຣານ​ ບໍ່​ສາ​ມາດ​ປະ​ດິດ​ສ້າງ​ລະ​ເບີດ​ນິວ​ເຄຼຍໄດ້

(VOVWORLD) -ປັດຈຸບັນ ອີີຣານ ບໍ່ມີ ທາດຢູຣານຽມຈາກການເສີມທີ່ຈຳເປັນ ເພື່ອປະດິດສ້າງລະເບີດ ນິວເຄຼຍ ທີ່ຖືກຕ້ອງຕາມນິຍາມຢ່າງເປັນທາງການຂອງ ອົງການພະລັງງານປະລະມານູ ສາກົນ (IAEA). ນີ້ແມ່ນຄຳຢັ້ງຢືນຂອງ ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໃນບົດໃຫ້ສຳພາດ ທີ່ໄດ້ລົງໃນເວັບໄຊ Die Presse (ໂອຕາລິດ) ໃນວັນທີ 10 ຕຸລາ.
IAEA ຢັ້ງ​ຢືນ ອີ​ຣານ​ ບໍ່​ສາ​ມາດ​ປະ​ດິດ​ສ້າງ​ລະ​ເບີດ​ນິວ​ເຄຼຍໄດ້ - ảnh 1  ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA (ພາບ: AFP/TTXVN)

ຂໍ້ຕົກລົງກ່ຽວກັບແຜນການກະທຳຢ່າງຮອບດ້ານ ຫຼື ຍັງໄດ້ເອີ້ນຫຍໍ້ວ່າ JCPOA, ໄດ້ລົງນາມໃນປີ 2015 ຢູ່ Vienna (ປະເທດໂອຕາລິດ) ໂດຍມີການເຂົ້າຮ່ວມຂອງອີຣານ ແລະ ກຸ່ມ P5+1 (ມີອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ). ຕາມນັ້ນແລ້ວ, ອີຣານຕ້ອງຈຳກັດໂຄງການພັດທະນາອາວຸດນິວເຄຼຍເພື່ອແລກເອົາການລົບລ້າງບັນດາຄຳສັ່ງລົງໂທດ. ມາຮອດປັດຈຸບັນ, ຍາມໃດອີຣານກໍ່ຢັ້ງຢືນວ່າ ໂຄງການນິວເຄຼຍຂອງຕົນແມ່ນເພື່ອເປົ້າໝາຍສັນຕິພາບຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງ IAEA.

ຕອບກັບ

ຂ່າວ/ບົດ​ອື່ນ