IAEA ຢືນຢັນ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 09 ຕຸລາ, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) Yukiya Amano ຢືນຢັນວ່າ: 
IAEA ຢືນຢັນ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍ - ảnh 1ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) Yukiya Amano (ພາບ: TTXVN)

ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍປະຫວັດສາດ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JPCOA) ຊຶ່ງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ) ໄດ້ລົງນາມໃນປີ 2015. ທ່ານ Amano ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ: ເຕເຮຣານ ບໍ່ເຄົາລົບ “ຈິດໃຈ” ຂອງຂໍ້ຕົກລົງ. ບົດລາຍງານຂອງ IAEA ປະກາດໃນເດືອນແລ້ວນີ້ກໍ່ຢືນຢັນວ່າ ອີຣານ ເຄົາລົບຂໍ້ຕົກລົງດັ່ງກ່າວ, ຕາມນັ້ນແລ້ວ ເຕເຮຣານ ຢຸດຕິບາງການເຄື່ອນໄຫວດ້ານນິວເຄຼຍຂອງຕົນ. ຜູ້ຕາງໜ້າຂັ້ນສູງກ່ຽວກັບການພົວພັນຕ່າງປະເທດຂອງ ສະຫະພາບ ເອີຣົບ (ອີຢູ) ທ່ານ Federica Mogherini ກໍ່ໃຫ້ຮູ້ວ່າ: ການເຄົາລົບຂໍ້ຕົກລົງຂອງຝ່າຍ ອີຣານ  ໄດ້ຮັບການຢືນຢັນຢ່າງໜ້ອຍສຸດແມ່ນ 8 ຄັ້ງ. ຕາມ JPCOA ແລ້ວ ເຕເຮຣານ ຕ້ອງຢຸດຕິໂຄງການພັດທະນານິວເຄຼຍ ເພື່ອແລກເອົາເລື່ອວບັນດາປະເທດຕາເວັນຕົກຍົກເລີກຄຳສັ່ງຂວ້ຳບາດ.

ຕອບກັບ

ຂ່າວ/ບົດ​ອື່ນ