IAEA ຢືນຢັນອີຣານເຄົາລົບຂໍ້ຕົກລົງນິວເຄຼຍ

IAEA ຢືນຢັນອີຣານເຄົາລົບຂໍ້ຕົກລົງນິວເຄຼຍ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ບົດ​ລາຍ​ງານ​​ຫຼ້າ​ສຸດ​ຂອງ IAEA ປະ​ກາດ​ໃນ​ວັນ​ທີ 24/02 ໃຫ້​ຮູ້​ວ່າ, ອີ​ຣານ ບໍ່​ເດີນ​ຕາມ​ແຜນ​ການກໍ່​ສ້າງ​ບັນ​ດາ​ເຕົາ​​ນິວ​ເຄຼຍ​ນ້ຳປະ​ເພດ​ໜັກ ແລະ ບໍ່​ເສີມ​ທາດ urani ຢູ່​ລະ​ດັບ​ເກີນ​ຂອບ​ເຂດ​ທີ່​ໄດ້​ກຳ​ນົດ​ແມ່ນ 3,67%. ສາງ​ເກັບ​ກຳ urani ທີ່​ໄດ້​ເສີມ​ແລ້ວ​ຢູ່​ໃນ​ລະ​ດັບ​ຕ່ຳ​ຂອງ​ອີ​ຣານ ບໍ່​ເພີ່ມ​ຂຶ້ນ​ເກີນ​ລະ​ດັບ 300 ກີ​ໂລກ​ຣາມ ຕາມ​ຂໍ້​ຕົກ​ລົງ​ເຊິ່ງ​ເຕ​ເຮ​ຣານ ໄດ້​ລົງ​ນາມ​ກັບ​ກຸ່ມ P5+1 (ເຊິ່ງ​ລວມມ​ີ ອາ​ເມ​ລິ​ກາ, ລັດ​ເຊຍ, ຝ​ລັ່ງ, ອັງ​ກິດ, ຈີນ ແລະ ເຢຍ​ລະ​ມັນ) ເມື່ອ​ເດືອນ 07/2015. ໃນ​ຂະ​ນະ​ນັ້ນ, ລະ​ດັບ​​ສະ​ສົມ​ນ້ຳ​ປະ​ເພດ​ໜັກ​ຂອງ​ອີ​ຣານ ກໍ​ບໍ່​ເກີນ​ມາດ​ຖານ​ກຳ​ນົດ​ແມ່ນ 130 ໂຕນ.

ຂ່າວ/ບົດ​ອື່ນ