IAEA: ອີຣານ ບໍ່ລະເມີດຂໍ້ຕົກລົງນິວເຄຼຍ

(VOVWORLD) -ບັນດານັກກວດກາຂອງອົງການ IAEA ໄດ້ເຂົ້າໄປເຖິງບັນດາສະຖານທີ່ຕ້ອງການທັງໝົດແລ້ວ ເພື່ອແນໃສ່ກວດກາເລື່ອງປະຕິບັດຂໍ້ຕົກລົງ.

        ທ່ານ Yukiya Amano ຜູ້ອໍານວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຢັ້ງຢືນຄືນໃໝ່ວ່າ ອີຣານ ໄດ້ປະຕິບັດຕາມບັນດາຄໍາໝັ້ນສັນຍາທີ່ກ່ຽວຂ້ອງເຖິງນິວເຄຼຍໃນຂອບເຂດແຜນການດໍາເນີນງານຮ່ວມຮອບດ້ານ (JCPOA). ຕາມທ່ານ Amano ແລ້ວ, ນັບແຕ່ເດືອນ ມັງກອນ 2016, ອົງການ IAEA ໄດ້ກວດກາແລ້ວ ແລະຕິດຕາມກວດກາການປະຕິບັດບັນດາຄໍາໝັ້ນສັນຍາທີ່ກ່ຽວຂ້ອງເຖິງນິວເຄຼຍຂອງ ອີຣານ ໃນຂອບເຂດ JCPOA ແລະ ບັນດານັກກວດກາຂອງອົງການ IAEA ໄດ້ເຂົ້າໄປເຖິງບັນດາສະຖານທີ່ຕ້ອງການທັງໝົດແລ້ວ ເພື່ອແນໃສ່ກວດກາເລື່ອງປະຕິບັດຂໍ້ຕົກລົງ.

        ບັນດາຄໍາຖະແຫຼງດັ່ງກ່າວ ໂດຍທ່ານ Amano ຍົກອອກມາ ພາຍຫຼັງ ທ່ານ Brian Hook ທູດພິເສດຂອງ ອາເມລິກາ ທີ່ຮັບຜິດຊອບກ່ຽວກັບບັນຫາອີຣານ ຖະແຫຼງວ່າ ວໍຊີງຕັນບໍ່ມີແຜນການເພີ່ມເຕີມປະເທດໃດເຂົ້າໃນບັນຊີລາຍຊື່ຍົກເວັ້ນການລົງໂທດຄູ່ຄ້າຕື່ມອີກ ເມື່ອນໍາເຂົ້ານໍ້າມັນຈາກ ອີຣານ ນັບແຕ່ເດືອນພະຈິກ 2018 ແລະ ຂໍ້ຕົກລົງນີ້ຈະໝົດຜົນສັກສິດໃນວັນທີ 3 ພຶດສະພາ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ