IAEA: ອີ​ຣານ ເສີມ​ທາດ ຢູ​ລາ​ນຽມ ດ້ວຍ​ເຄື່ອງ​ພົ້​ນ​ສູນ​ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ສູນນິວ​ເຄຼຍ Natanz

(VOVWORLD) -ອີຣານ ເລີ່ມເສີມທາດຢູລານຽມ ດ້ວຍໜ່ວຍເຄື່ອງຈັກທີສອງ ເຊິ່ງລວມມີ ເຄື່ອງພົ້ນສູນ IR – 20 ທີ່ທັນສະໄໝທີ່ສຸດ ຢູ່ ສູນນິວເຄຼຍ Natanz.
IAEA: ອີ​ຣານ ເສີມ​ທາດ ຢູ​ລາ​ນຽມ ດ້ວຍ​ເຄື່ອງ​ພົ້​ນ​ສູນ​ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ສູນນິວ​ເຄຼຍ Natanz - ảnh 1 Isfahan - ບ່ອນເສີມທາດຢູລານຽມຂອງ ອີຣານ (ພາບ: AFP/TTXVN)
ວັນທີ 2 ກຸມພາ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ແຈ້ງໃຫ້ຊາບວ່າ ອີຣານ ເລີ່ມເສີມທາດຢູລານຽມ ດ້ວຍໜ່ວຍເຄື່ອງຈັກທີສອງ ເຊິ່ງລວມມີ ເຄື່ອງພົ້ນສູນ IR – 20 ທີ່ທັນສະໄໝທີ່ສຸດ ຢູ່ ສູນນິວເຄຼຍ Natanz, ອັນໄດ້ລະເມີດຂໍ້ຕົກລົງກັບບັນດາປະເທດມະຫາອຳນາດ. ອີຣານ ໄດ້ປະກາດກັບ ອົງການ IAEA ເມື່ອເດືອນ ທັນວາ ປີ 2020 ກ່ຽວກັບແຜນການຕິດຕັ້ງຕື່ມອີກ 3 ໜ່ວຍເຄື່ອງພົ້ນສູນ IR – 20 ແລະ ໜຶ່ງໃນ 3 ໜ່ວຍເຄື່ອງຈັກດັ່ງກ່າວຫາກໍ່ເລີ່ມເຄື່ອນໄຫວ. ຕາມບົດລາຍງານຂອງອົງການ IAEA ໃຫ້ຮູ້ວ່າ ອົງການນີ້ ກໍໄດ້ຢັ້ງຢືນການຕິດຕັ້ງໜ່ວຍເຄື່ອງຈັກ ທີ 2 ໃນຈຳນວນ 3 ໜ່ວຍເຄື່ອງຈັກດັ່ງກ່າວໃກ້ຈະສຳເລັດ ແລະ ການຕິດຕັ້ງໜ່ວຍເຄື່ອງຈັກທີ 3 ກໍເລີ່ມດຳເນີນແລ້ວ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Yuval Steinitz ລັດຖະມົນຕີກະຊວງພະລັງງານ ອິດສະຣາແອັນ ຖືວ່າ ອີຣານ ຕ້ອງໃຊ້ເວລາ 6 ເດືອນ ຈຶ່ງຜະລິດວັດຖຸດິບພຽງພໍເພື່ອຜະລິດອາວຸດນິວເຄຼຍໄດ້, ໝາຍຄວາມວ່າ ຕ້ອງການເວລາຫຼາຍທົບສອງເທົ່າ ເມື່ອທຽບໃສ່ເວລາ ທີ່ສະມາຊິກທ່ານໜຶ່ງຂອງ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden ໄດ້ຄາດຄະເນ.


 

ຕອບກັບ

ຂ່າວ/ບົດ​ອື່ນ