IAEA: ອີ​ຣານ ເສີມ​ທາດ ຢູ​ລາ​ນຽມ ຢູ່​ໃນ​ລະ​ດັບ 60%

(VOVWORLD) - ອີຣານ ພວມເສີມທາດ ຢູລານຽມ ໃນລະດັບ 60%. ຕົວເລກດັ່ງກ່າວແມ່ນຕຳກວ່າລະດັບຈຳເປັນເພື່ອຜະລິດອາວຸດນິວເຄຼຍ (ລະດັບ 90%), ແຕ່ພັດສູງກວ່າຫຼາຍເມື່ອທຽບໃສ່ລະດັບຈຳກັດ 3,67% ເຊິ່ງ ອີຣານ ໃຫ້ຄຳໝັ້ນສັນຍາໃນຂໍ້ຕົກລົງ ເຊິ້ງ ເຕເຣຣານ ກັບກຸ່ມ P5+1 ເມື່ອປີ 2015.
IAEA: ອີ​ຣານ ເສີມ​ທາດ ຢູ​ລາ​ນຽມ ຢູ່​ໃນ​ລະ​ດັບ 60% - ảnh 1ຮາກຖານຜະລິດນິວເຄຼຍ ຂອງ ອີຣານ (ພາບ: IRNA/TTXVN)

ວັນທີ 26 ທັນວາ, ອົງການພະລັງງານປະລະມານູສາກົນ (IAEA), ໃຫ້ຮູ້ວ່າ ອີຣານ ພວມເສີມທາດ ຢູລານຽມ ໃນລະດັບ 60%. ຕົວເລກດັ່ງກ່າວແມ່ນຕຳກວ່າລະດັບຈຳເປັນເພື່ອຜະລິດອາວຸດນິວເຄຼຍ (ລະດັບ 90%), ແຕ່ພັດສູງກວ່າຫຼາຍເມື່ອທຽບໃສ່ລະດັບຈຳກັດ 3,67% ເຊິ່ງ ອີຣານ ໃຫ້ຄຳໝັ້ນສັນຍາໃນຂໍ້ຕົກລົງ ເຊິ້ງ ເຕເຣຣານ ກັບກຸ່ມ P5+1 ເມື່ອປີ 2015.

        ອີຣານ ຍາມໃດກໍປະຕິເສດທຸກຂໍ້ສົງໄສທີ່ວ່າ ປະເທດນີ້ ພວມຊອກຫາວິທີຜະລິດອາວຸດນິວເຄຼຍ, ພ້ອມທັງຢັ້ງຢືນວ່າ ບັນດາການເຄື່ອນໄຫວກ່ຽວຂ້ອງເຖິງນິວເຄຼຍຂອງເຂົາເຈົ້າ  ແມ່ນເພື່ອຮັບໃຊ້ຈຸດປະສົງສັນຕິພາບເທົ່ານັ້ນ. ອຳນາດການປົກຄອງ ເຕເຮຣານ ຢັ້ງຢືນວ່າ ຍາມໃດກໍເດີນຕາມບັນດາມາດຕະການທາງການທູດ ຜ່ານການເຈລະຈາຕ່າງໆ ແລະ ຍັງຄົງປະຕິບັດຕາມບັນດາຂໍ້ກຳນົດໃນແຜນການເຄື່ອນໄຫວຮອບດ້ານລວມ (JCPOA).

ຕອບກັບ

ຂ່າວ/ບົດ​ອື່ນ