IAEA: ເຕົານິວເຄຼຍສໍາຄັນຂອງ ສປປ.ເກົາຫຼີຢຸດຕິການເຄື່ອນໄຫວ

(VOVWORLD) -ເລື່ອງຍົກເລີກເຕົານິວເຄຼຍແຫ່ງນີ້ ແມ່ນບັນຫາໃຈກາງໃນການເຈລະຈາຄັ້ງຕ່າງໆລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ການນໍາ ສປປ.ເກົາຫຼີ Kim Jong-un ທີ່ດໍາເນີນຢູ່ຮ່າໂນ້ຍ ໃນອາທິດກ່ອນ.

        ວັນທີ 4 ມີນາ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ເຊິ່ງເຕົານິວເຄຼຍ ໄດ້ຮັບຖືວ່າ ແມ່ນບ່ອນສະໜອງແຫຼ່ງ plutoni ເພື່ອຜະລິດອາວຸດນິວເຄຼຍຂອງ ສປປ.ເກົາຫຼີ ໄດ້ຢຸດຕິການເຄື່ອນໄຫວໃນ 3 ເດືອນຜ່ານມາ. ນີ້ແມ່ນເຕົານິວເຄຼຍທີ່ນອນໃນເຂດນິວເຄຼຍ Yongbyon ຂອງ ສປປ.ເກົາຫຼີ. ເລື່ອງຍົກເລີກເຕົານິວເຄຼຍແຫ່ງນີ້ ແມ່ນບັນຫາໃຈກາງໃນການເຈລະຈາຄັ້ງຕ່າງໆລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ການນໍາ ສປປ.ເກົາຫຼີ Kim Jong-un ທີ່ດໍາເນີນຢູ່ຮ່າໂນ້ຍ ໃນອາທິດກ່ອນ.

        IAEA ບໍ່ໄດ້ສໍໍາຜັດກັບເຕົານິວເຄຼຍຂອງ ສປປ.ເກົາຫຼີ ນັບແຕ່ເມື່ອ ພຽງຢາງ ເນລະເທດບັນດາ ນັກກວດກາຂອງອົງການດັ່ງກ່າວນັບແຕ່ປີ 2009. ປັດຈຸບັນ ການຕິດຕາມກວດກາບັນດາການເຄື່ອນໄຫວນິວເຄຼຍຂອງ ສປປ.ເກົາຫຼີ ໄດ້ປະຕິບັດຜ່ານຮູບຖ່າຍຈາກດາວທຽມເປັນຕົ້ນຕໍ. IAEA ໃຫ້ຮູ້ເປັນຫຼາຍຄັ້ງແລ້ວວ່່າ ພ້ອມແລ້ວທີ່ຈະຮັບໜ້າທີ່ກວດກາຢູ່ ສປປ.ເກົາຫຼີ ຖ້າຫາກວ່າ ບັນລຸໄດ້ຂໍ້ຕົກລົງດ້ານການເມືອງທີ່ກ່ຽວຂ້ອງເຖິງບັນດາຮາກຖານນິວເຄຼຍຂອງປະເທດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ