IAEA ເລັ່ງ ອີ​ຣານ ຄວນມີ​ຄຳ​ຕອບ​ກ່ຽວ​ກັບ​ບັນ​ຫາ​ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ຕິດ​ຕາມກວດ​ກາ ນິວ​ເຄຼຍ

(VOVWORLD) -ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ສົ່ງຈົດໝາຍໄປຍັງບັນດາເຈົ້າໜ້າທີ່ ອີຣານ ເພື່ອເຕື້ອງເຖິງບັນຫານີ້ແຕ່ວັນທີ 17 ມິຖຸນາ. 

ວັນທີ 25 ມິຖຸນາ, ອົງການພະລັງານ ປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຍັງບໍ່ທັນໄດ້ຮັບຄຳຕອບໃດຂອງ ອີຣານ ກ່ຽວກັບຄວາມສາມາດໃນການຕໍ່ກຳນົດເວລາຂໍ້ຕົກລົງຊົ່ວຄາວ ໂດຍອະນຸຍາດໃຫ້ອົງການນີ້ຕິດຕາມກວດກາບັນດາຮາກຖານນິວເຄຼຍຂອງ ອີຣານ ຊຶ່ງໝົດຜົນສັກສິດໃນວັນທີ 24 ມິຖຸນາແລ້ວ.

ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ສົ່ງຈົດໝາຍໄປຍັງບັນດາເຈົ້າໜ້າທີ່ ອີຣານ ເພື່ອເຕື້ອງເຖິງບັນຫານີ້ແຕ່ວັນທີ 17 ມິຖຸນາ. ເຖິງຢ່າງໃດກໍຕາມ, ອີຣານ ບໍ່ຕອບຈົດໝາຍ ແລະ ກໍ່ບໍ່ໃຫ້ຮູ້ວ່າ ປະເທດນີ້ ມີແຜນການຕໍ່ກຳນົດເວລາຂໍ້ຕົກລົງຫຼືບໍ່. ແຈ້ງການຂອງ IAEA ກໍ່ເລັ່ງ ເຕເຮຣານ ຕ້ອງມີຄຳຕອບກ່ຽວກັບບັນຫານີ້ຢ່າງທັນທີ. ທ່ານ Rafael Grossi ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ເກັບກຳຂໍ້ມູນ ກ່ຽວກັບ ບັນດາການເຄື່ອນໄຫວນິວເຄຍ ຂອງ ອີຣານ ຕາມຂໍ້ກຳນົດຂອງຂໍ້ຕົກລົງນິວເຄຼຍ ກັບ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ