IAEA ເລີ່ມກວດກາ ຮາກຖານນິວເຄຼຍ Arak ຂອງອີຮານ



IAEA ເລີ່ມກວດກາ ຮາກຖານນິວເຄຼຍ Arak ຂອງອີຮານ - ảnh 1
ໂຮງງານ​ນິວ​ເຄຼຍນ້ຳໜັກ  Arak ຂອງ​ອີຣານ

 (ພາບ: AFP)

 (vovworld)- ວັນ​ທີ 8/12, ບັນດາ​ຜູ້​ຊ່ຽວຊານ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກວດກາ​ຢູ່​ໂຮງງານ​ນິວ​ເຄຼຍນ້ຳໜັກ  Arak ຂອງ​ອີຣານ. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ໃນ​​ເວລາ​ກ່ວາ 2 ປີຜ່ານມາ, IAEA ​ໄດ້ດຳ​ເນີນ​ການ​ກວດກາ​ໂຮງງານ​ແຫ່ງ​ນີ້.

  ການ​ເຄື່ອນ​ໄຫວ​ນີ້​ດຳ​ເນີນ​ໄປ​ພາຍຫຼັງພຽງ 2,3 ອາທິ​ດ​ອີຣານ ບັນລຸ​ໄດ້​ຂໍ້​ຕົກລົງ​ປະຫວັດສາດ​ກັບ​ກຸ່ມ P5+1 (ລວມມີ​ອັງກິດ, ຝະລັ່ງ, ລັດ​ເຊຍ, ອາ​ເມ​ລິ​ກາ, ຈີນ ​ແລະ ​ເຢຍລະ​ມັນ), ຕາມ​ນັ້ນ​ແລ້ວ, ​ເຕ​ເຮຣານ ຈະ​ຢຸດຕິ ຫຼື​ຈຳກັດ​​ການ​ເຄື່ອນ​ໄຫວ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ​ນີ້​ເພື່ອ​ແລກ​ເອົາ​ເລື່ອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ​ຜ່ອນຄາຍ​ບັນດາ​ມາດ​ຕະການ​ລົງ​ໂທດ​ແນ​ໃສ່​ປະ​ເທດ​ສາທາລະນະ​ລັດ​ອິດ​ຊະລາ​ມນີ້./.

ຂ່າວ/ບົດ​ອື່ນ