IAEA ແລະ ສະ​ຫະ​ພາບ ເອີ​ລົ​ບ​ເປີດ​ກ້​ວາງ​ການ​ຮ່ວມ​ມື ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ດ້ານ​ນິວ​ເຄຼຍ

(VOVWORLD) -ທີ່ກອງປະຊຸມຢູ່, ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງ ບັນດາຂໍ້ຕົກລົງຮ່ວມມື ປີ 2013 ກ່ຽວກັບການຄຸ້ມຄອງຄວາມປອດໄພຂອງ ສິ່ງເສດເຫຼືອ ກຳມັນຕະພາບລັງສີ, ບັນດາຂໍ້ຕົກລົງກຳນົດ, ກວດກາຄືນ ແລະ ຕີລາຄາຄວາມປອດໄພ, ກະກຽມ ແລະ ຮັບມືຢ່າງຮີບດ່ວນ, ແກ້ໄຂບັນຫາສິ່ງແວດລ້ອມ, ພັດທະນາ ແລະ ນຳໃຊ້ບັນດາມາດຕະຖານຄວາມປອດໄພຂອງ IAEA.
IAEA ແລະ ສະ​ຫະ​ພາບ ເອີ​ລົ​ບ​ເປີດ​ກ້​ວາງ​ການ​ຮ່ວມ​ມື ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ດ້ານ​ນິວ​ເຄຼຍ - ảnh 1ທ່ານ Massimo Garribba ຮອງຫົວໜ້າກົມໃຫຍ່ພະລັງງານຂອງ ຄະນະກຳມະການເອີລົບ ແລະ ທ່ານນາງ Lydie Evrard ຮອງຜູ້ອຳນວຍການ IAEA (ພາບ: VOV)

ທີ່ກອງປະຊຸມຢູ່ນອກກອງປະຊຸມສະມັດຊາໃຫຍ່ ອົງການພະລັງງານປະລະມານູ ສາກົນ (IAEA) ຄັ້ງທີ 65, ສະຫະພາບ ເອີລົບ ແລະ IAEA ຢັ້ງຢືນ ສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງຄວາມປອດໄພທາງດ້ານນິວເຄຼຍ, ແກ້ໄຂສິ່ງແວດລ້ອມຢູ່ບັນດາສະຖານທີ່ ຢູຣານຽນ ຢູ່ ອາຊີກາງ ແລະ ຄຸ້ມຄອງການແກ້ໄຂສິ່ງເສດເຫຼືອ ກຳມັນຕະພາບລັງສີ ຢ່າງມີປະສິດທິຜົນກ່ວາ ຢູ່ອາບຟຼິກກາ.

ທີ່ກອງປະຊຸມຢູ່, ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງ ບັນດາຂໍ້ຕົກລົງຮ່ວມມື ປີ 2013 ກ່ຽວກັບການຄຸ້ມຄອງຄວາມປອດໄພຂອງ ສິ່ງເສດເຫຼືອ ກຳມັນຕະພາບລັງສີ, ບັນດາຂໍ້ຕົກລົງກຳນົດ, ກວດກາຄືນ ແລະ ຕີລາຄາຄວາມປອດໄພ, ກະກຽມ ແລະ ຮັບມືຢ່າງຮີບດ່ວນ, ແກ້ໄຂບັນຫາສິ່ງແວດລ້ອມ, ພັດທະນາ ແລະ ນຳໃຊ້ບັນດາມາດຕະຖານຄວາມປອດໄພຂອງ IAEA.

ໜຶ່ງໃນບັນດາໜ້າທີ່ຂອງ IAEA ແມ່ນ ຕີລາຄາບັນດາການເຄື່ອນໄຫວຄວາມໝັ້ນຄົງ ແລະ ປອດໄພທາງດ້ານນິວເຄຼຍ ຢູ່ບັນດາປະເທດ ໃນນັ້ນມີການໜູນຊ່ວຍສຳຄັນຂອງ ສະຫະພາບເອີລົບ ໃນການໜູນຊ່ວຍພັດທະນາບັນດາການບໍລິການຕີລາຄານີ້.

ຕອບກັບ

ຂ່າວ/ບົດ​ອື່ນ