IAEA ແລະ ອີຣານ ມີການພົວພັນຮ່ວມມືຫຼາຍກວ່າເກົ່າ

(VOVWORLD) -ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຢືນຢັນໃນວັນທີ 5 ມີນານີ້ວ່າ: ອີຣານ ແລະ ອົງການຕິດຕາມກວດກາ ນິວເຄຼຍຂອງສະຫະປະຊາຊາດ ພວມກ້າວໄປສູ່ “ການພົວພັນຮ່ວມມືຫລາຍຂຶ້ນ”.
IAEA ແລະ ອີຣານ ມີການພົວພັນຮ່ວມມືຫຼາຍກວ່າເກົ່າ - ảnh 1

ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການ IAEA ກົນ ແລະ ທ່ານ Mohammed Eslami ປະທານອົງການພະລັງງານປະລະມານູ ອີຣານ ທີ່ການພົບປະກັນຢູ່ເຕເຮຣານເມື່ອວັນທີ 5/3/2022


     ກ່າວຄຳເຫັນຕໍ່ນັກຂ່າວຢູ່ນະຄອນຫຼວງວຽນນາພາຍຫຼັງກັບຄືນຈາກການຢ້ຽມຢາມເຕເຮຣານ, ທ່ານ Grassi ໃຫ້ຮູ້ວ່າ: ສອງຝ່າຍມີ "ການເຈລະຈາທີ່ດີ". ຕາມນັ້ນແລ້ວ, ອີຣານ ແລະ IAEA ໃຫ້ຮູ້ວ່າ, ມຸ່ງໄປເຖິງເປົ້າໝາຍການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຕົ້ນກຳເນີດຂອງທາດຢູເຣນຽມ ທີ່ຖືກຄົ້ນພົບຢູ່ບັນດາສະຖານທີ່ນິວເຄຼຍເກົ່າ ແຕ່ບໍ່ໄດ້ເປີດເຜີຍໃນຕົ້ນເດືອນມິຖຸນານີ້.

    ການກະທຳດັ່ງກ່າວໂດຍສອງຝ່າຍໄດ້ຍົກອອກມາໃນການຢ້ຽມຢາມ ເຕເຮຣານ ຂອງທ່ານ Grossi  ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນຫາທີ່ຮ້າຍແຮງທີ່ສຸດຊຶ່ງໄດ້ຂັດຂວາງເລື່ອງບັນດາຝ່າຍຟື້ນຟູການປະຕິບັດບັນຫານິວເຄຼຍຂອງອີຣານໃນປີ 2015. ປະຈຸບັນ, ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາທາງອ້ອມລະຫວ່າງອາເມລິກາ ແລະ ອີຣານລ້ວນແຕ່ໃຫ້ຮູ້ວ່າ ໃກ້ຈະບັນລຸຂໍ້ຕົກລົງສະບັບໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ