IAEA ແລະ ອີ​ຣານ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ກຳ​ນົດ​ເວ​ລາ ຂໍ້​ຕົກ​ລົງ​ຕິດ​ຕາມກວດ​ກາ​ນິວ​ເຄຼຍ​ຕື່ມ​ອີກ 1 ເດືອນ

(VOVWORLD) - ອີຣານ ກໍ່ໃຫ້ຮູ້ວ່າ ບັນດາການເຈລະຈາຢູ່ ວຽນນາ (ໂອຕາລິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍເມື່ອປີ 2015 ຈະອີງໃສ່ “ຂໍ້ຕົກລົງທາງການເມືອງ” ຂອງອາເມລິກາ.
IAEA ແລະ ອີ​ຣານ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ກຳ​ນົດ​ເວ​ລາ ຂໍ້​ຕົກ​ລົງ​ຕິດ​ຕາມກວດ​ກາ​ນິວ​ເຄຼຍ​ຕື່ມ​ອີກ 1 ເດືອນ - ảnh 1ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA  (ພາບ: Michael Gruber/Getty Images)

ວັນທີ 24 ພຶດສະພາ, ອົງການພະລັງງານປະລະມານູສາກົນ (IAEA) ແລະ ອີຣານ ໄດ້ເຫັນດີເປັນເອກະພາບຕໍ່ກຳນົດເວລາ ຂໍ້ຕົກລົງຕິດຕາມກວດກາບັນດາການເຄື່ອນໄຫວ ນິວເຄູຍຂອງ Tehran ຕື່ມອີກ 1 ເດືອນ, ພາຍຫຼັງຂໍ້ຕົກລົງທີ່ແກ່ຍາວມາເປັນ ເວລາ 3 ເດືອນນີ້ ໝົດຜົນສັກສິດໃນວັນທີ 22 ພຶດສະພາ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ຊີ້ແຈ້ງວ່າ: ການຢັ້ງຢືນກໍ່ຄື ບັນດາການເຄື່ອນໄຫວຕິດຕາມກວດກາ ເຊິ່ງພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຄືໃນປັດຈຸບັນ ຕື່ມອີກ 1 ເດືອນ, ຄາດວ່າ ຈະໝົດຜົນສັກສິດໃນວັນທີ 24 ມິຖຸນາ.

ແລະກໍ່ໃນວັນດຽວກັນ, ອີຣານ ກໍ່ໃຫ້ຮູ້ວ່າ ບັນດາການເຈລະຈາຢູ່ ວຽນນາ (ໂອຕາລິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍເມື່ອປີ 2015 ຈະອີງໃສ່ “ຂໍ້ຕົກລົງທາງການເມືອງ” ຂອງອາເມລິກາ. ຖະແຫຼງການນີ້ ໄດ້ຍົກອອກມາພາຍຫຼັງ ວໍຊິງຕັນ ສະແດງຄວາມສົງໄສກ່ຽວກັບຄວາມອາດສາມາດທີ່ວ່າ: Tehran ພ້ອມແລ້ວທີ່ຈະກັບຄືນສູ່ການປະຕິບັດຂໍ້ຕົກລົງການກະທຳລວມຢ່າງຮອບດ້ານ (JCPOA).

ຕອບກັບ

ຂ່າວ/ບົດ​ອື່ນ