IAEA ໃຫ້​ສັດ​ຕະ​ຍາ​ບັນ​ແຕ່ງ​ຕັ້ງ ຜູ້​ອຳ​ນວຍ​ການໃຫຍ່​ຄົນ​ໃໝ່ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 2 ທັນວາ, ອົງການພະລັງງານປະລະມານູສາກົນ ໄດ້ຮັບຮອງເອົາຂໍ້ຕົກລົງແຕ່ງຕັ້ງທ່ານ Rafael Mariano Grossi, ຊາວອັກຊັງຕິນ, ເປັນຜູ້ອຳນວຍການໃຫຍ່ຄົນໃໝ່ຂອງອົງການນີ້. 
IAEA ໃຫ້​ສັດ​ຕະ​ຍາ​ບັນ​ແຕ່ງ​ຕັ້ງ ຜູ້​ອຳ​ນວຍ​ການໃຫຍ່​ຄົນ​ໃໝ່ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ Rafael Mariano Grossi ກ່າວຄຳເຫັນທີ່ກອງປະຊຸມ IAEA ໃນວັນທີ 2 ທັນວາ (ພາບ: TTXVN) 

ທ່ານ Grossi, ອາຍຸ 58 ປີ, ຈະດຳລົງຕຳແໜ່ງດັ່ງກ່າວດ້ວຍອາຍຸການ 4 ປີ ເລີ່ມແຕ່ວັນທີ 3 ທັນວາ, ແທນທ່ານ Yukiya Amano, ຜູ້ທີ່ຮັກສາຕຳແໜ່ງນີ້ແຕ່ປີ 2009 ແລະ ຫາກໍ່ເສຍຊີວິດໃນເດືອນ ກໍລະກົດ ປີນີ້ກ່ອນທີ່ຈະສິ້ນສຸດອາຍຸການທີ 3 ຂອງຕົນ. ວັນທີ 31 ຕຸລາທີ່ຜ່ານມາ, ຄະນະອຳນວຍການ IAEA ໄດ້ເລືອກເອົາທ່ານ Grossi ເປັນຜູ້ນຳຂອງ ລະບອບຫຼາຍຝ່າຍນີ້. ທ່ານ Grossi ເປັນນັກການທູດ ທີ່ເຮັດວຽກກ່ຽວກັບຂົງເຂດຫຼຸດຜ່ອນອາວຸດ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍມາເປັນເວລາ 35 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ