IAEAຮັບຮອງເອົາມະຕິຢຸດຕິການສືບສວນອາວຸດນິວເຄຼຍສຳລັບອີຣານ

IAEAຮັບຮອງເອົາມະຕິຢຸດຕິການສືບສວນອາວຸດນິວເຄຼຍສຳລັບອີຣານ - ảnh 1
(ພາບ​ປະ​ກອບ)

(vovworld) - ມະ​ຕິ​ຢຸ​ດ​ຕິ​ການ​ສືບ​ສວນ​ອາ​ວຸດ​ນິວ​ເຄຼຍ​ສຳ​ລັບ​ອີ​ຣານ ​ທີ່ແກ່​ຍາວ​ເປັນ​ເວ​ລາ 1 ທົດ​ສະ​ວັດກ່ຽວ​ກັບ​ບັນ​ດາ​ແງ່​ມູມ​ດ້ານ​ການ​ທະ​ຫານ​ໃນ​ໂຄງ​ການ​ນິວ​ເຄຼຍ​ຂອງ​ອີ​ຣານ ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ອົງ​ການ​​ພະ​ລັງ​ງານປະ​ລະ​ມາ​ນູ​ສາ​ກົນ (IAEA) ໃນ​ວັນ​ທີ 15/12, ພາຍ​ຫຼັງ​ໄດ​້​ຮັບ​ບົດ​ລາຍ​ງານຢັ້​ຢືນ​​ວ່າ: ບໍ່​ຊອກເຫັນ​ພະ​ຍານ​ຫຼັກ​ຖານ​ກ່ຽວ​ກັບ​ເລື່ອງ​ອີ​ຣານ ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ ພາຍ​ຫຼັງ​ປີ 2009. ການ​ກະ​ທຳ​ນີ້​ໄດ້​ຮັບ​ຖື​ວ່າ ຈະ​ເປີດ​ຊ່ອງ​ທາງ​ໃຫ້​​ແກ່ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍປະ​ຫວັດ​ສາດ ທີ່​ບັນ​ລຸ​ໄດ້​ເມື່ອ​ເດືອນ 07 ຜ່ານ​ມາ ລະ​ຫວ່າງ​ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຝ​ລັ່ງ, ອັງ​ກິດ ​ພ້ອມ​ກັບ ເຢຍ​ລະ​ມັນ).

ຂ່າວ/ບົດ​ອື່ນ