IAEAແລະອີຣານເຈລະຈາກ່ຽວກັບກອບເອກະສານກວດການິວເຄຼຍ

IAEAແລະອີຣານເຈລະຈາກ່ຽວກັບກອບເອກະສານກວດການິວເຄຼຍ - ảnh 1
ພາບປະກອບ

(vovworld) – ​ບັນດາ​​ເຈົ້າ​ໜ້າ​ທີ່​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ ( IAEA) ​ແລະ ອີຣານ ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ເຈລະຈາ​ທີ 2 ​ໃນ​ວັນ​ທີ 29/10, ​ເພື່ອ​ປຶ​ກສາ​ຫາລື​ກ່ຽວ​ກັບ​ໂຄງການ​ພະລັງງານ​ນິວ​ເຄູຍ​ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ​ຂອງ ​ເຕ​ເຮຣານ. ຕາມ​ຜູ້ອຳນວຍການ​ໃຫຍ່ IAEA Yukiya Amano ​ແລ້ວ, IAEA ​ແລະ ອີຣານ ອາດ​ຈະອອກ​ຖະ​ແຫຼ​ງການ​ຮ່ວມ​ພາຍຫຼັງ​ປຶ​ກສາ​ຫາລື​ກ່ຽວ​ກັບ​ກອບເອກ​ະສານກວດກາ ນິວ​ເຄຼຍ. IAEA ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ ອີຣານ 12 ຄັ້ງ​ນັບ​ແຕ່​ປີ 2011, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ 2 ຝ່າຍ​ບໍ່ທັນ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃດ​ກ່ຽວ​ກັບ​ຂອບ​ເຂດການ​ກວດກາ. ​ເອກະສານ​ສະບັບ​ໃໝ່​ນີ້ຈະ​ສ້າ​ງ​ເງື່ອ​ນ​ໄຂ​ສະດວກ​ໃຫ້​ເລື່ອງ​ກວດກາ​ໂຄງການ​ນິວ​ເຄຼຍຂອງ ອີຣານ.

ຂ່າວ/ບົດ​ອື່ນ