IATA ຄາດຄະເນຈຳນວນຜູ້ໂດຍສານທາງການບິນທົ່ວໂລກຈະເພີ່ມຂຶ້ນທົບ 2 ເທົ່າໃນຮອບເວລາ 20 ປີຈະມາເຖິງ

(VOVWORLD) - IATA ຄາດຄະເນວ່າ, ຈຳນວນຜູ້ໂດຍສານຈະເພີ່ມຂຶ້ນສະເລ່ຍ 3,6% ໃນແຕ່ລະປີຮອດປີ 2043.
IATA ຄາດຄະເນຈຳນວນຜູ້ໂດຍສານທາງການບິນທົ່ວໂລກຈະເພີ່ມຂຶ້ນທົບ 2 ເທົ່າໃນຮອບເວລາ 20 ປີຈະມາເຖິງ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 18 ກໍລະກົດ, ສະຫະສະມາຄົມຂົນສົ່ງການບິນສາກົນ (IATA) ໃຫ້ຮູ້ວ່າ, ບັນດາບໍລິສັດການບິນຄາດຄະເນຈຳນວນຜູ້ໂດຍສານໃນຮອບເວລາ 2 ທົດສະວັດຈະມາເຖິງ ຈະເພີ່ມຂຶ້ນທົບ 2 ເທົ່າ. ນຳໜ້າແມ່ນການເຕີບໂຕຂອງບັນດາຕະຫຼາດຫາກໍພົ້ນເດັ່ນຄື ອາຊີ - ປາຊີຟິກ ແລະ ຕາເວັນອອກກາງ.

        ໃນບົດລາຍງານອັບເດັດຫຼ້າສຸດ, IATA ຄາດຄະເນວ່າ, ຈຳນວນຜູ້ໂດຍສານຈະເພີ່ມຂຶ້ນສະເລ່ຍ 3,6% ໃນແຕ່ລະປີຮອດປີ 2043. ສະເພາະໃນປີ 2024, ລະດັບເຕີບໂຕໄດ້ຮັບການຄາດຄະເນວ່າບັນລຸ 9,7%. ພາກພື້ນ ອາຊີ - ປາຊີຟິກ ຈະນຳໜ້າດ້ວຍລະດັບເຕີບໂຕສະເລ່ຍ 4,8%, ເປັນຕົ້ນແມ່ນບັນດາປະເທດ, ຄື: ອິນເດຍ (6,9%), ຈີນ (5,8%), ໄທ ແລະ ຫວຽດນາມ (ແຕ່ລະປະເທດເພີ່ມຂຶ້ນ 6,4%).

ຕອບກັບ

ຂ່າວ/ບົດ​ອື່ນ