IEA: ໂລກຕ້ອງຫຼຸດຜ່ອນການນຳໃຊ້ຖ່ານຫີນເພື່ອປົກປັກຮັກສາສິ່ງແວດລ້ອມ

(VOVWORLD) -ໂລກຕ້ອງຫຼຸດຜ່ອນການນຳໃຊ້ຖ່ານຫີນ ແລະ ບັນດາເຊື້ອເພີງຟອກຊິວອື່ນຢ່າງແຮງ ເພື່ອຈຳກັດດການໜ່ວຍໂລກຮ້ອນຂຶ້ນ 1,5 ອົງສາ C ໃນທົດສະວັດນີ້.

        ອົງການພະລັງງານສາກົນ (IEA) ໃຫ້ຮູ້ວ່າ, ຈຳນວນຖ່ານຫີນທີ່ນຳໃຊ້ໃນທົ່ວໂລກຈະບັນລຸລະດັບສະຖິຕິໃໝ່ໃນປີ 2022 ນີ້ ໃນສະພາບຄວາມຕ້ອງການສຳລັບເຊື້ອເພີງຟອກຊິວທີ່ກໍ່ມົນລະຜິດຕໍ່ສິ່ງແວດລ້ອມຢ່າງໜັກໜ່ວງຄືໃນປະຈຸບັນຍັງສູງຢູ່.

        ໃນບົດລາຍງານປະກາດໃນວັນທີ 16 ທັນວາ, IEA ໃຫ້ຮູ້ວ່າ, ເຖິງວ່າ ການນຳໃຊ້ຖ່ານຫີນພຽງເພີ່ມຂຶ້ນ 1,2% ໃນປີ 2022, ແຕ່ລະດັບເພີ່ມຂຶ້ນນີ້ໄດ້ຍູ້ໃຫ້ປະລິມານນຳໃຊ້ຖ່ານຫີນຂຶ້ນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ແມ່ນກວ່າ 8 ຕື້ໂຕນ ແລະ ລື່ນກາຍລະດັບສະຖິຕິກ່ອນນັ້ນໃນປີ 2013. ຕາມ IEA ແລ້ວ, ລາຄາເຊື້ອເພີງທຳມະຊາດເພີ່ມຂຶ້ນສູງກົງກັບການຂຶ້ນກັບຖ່ານຫີນເພື່ອຜະລິດໄຟຟ້າ. ເຖິງຢ່າງໃດກໍ່ຕາມ, ໂລກຕ້ອງຫຼຸດຜ່ອນການນຳໃຊ້ຖ່ານຫີນ ແລະ ບັນດາເຊື້ອເພີງຟອກຊິວອື່ນຢ່າງແຮງ ເພື່ອຈຳກັດວິວັດການໜ່ວຍໂລກຮ້ອນຂຶ້ນ 1,5 ອົງສາ C ໃນທົດສະວັດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ