IFAD ອຸປະຖຳ 33 ລ້ານ USD ຊ່ວຍຫວຽດນາມ ພັດທະນາຊົນນະບົດຢ່າງໝັ້ນຄົງ

IFAD ອຸປະຖຳ 33 ລ້ານ USD ຊ່ວຍຫວຽດນາມ ພັດທະນາຊົນນະບົດຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ສຳນັກງານ​ກອງ​ທຶນ​ພັດທະນາ​ກະສິກຳ​ສາກົນ (IFAD) ທີ່​ນະຄອນຫຼວງ Roma, ປະ​ເທດ​ອີ​ຕາ​ລີ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ສັນຍາ​ອຸປະຖຳ​ທີ່​ມີ​ມູນ​ຄ່າ 33 ລ້ານ USD ຂອງ IFAD ​ໃຫ້​ແກ່​ຫວຽດນາມ ​ເພື່ອ​ແນ​ໃສ່​ປະຕິບັດ​​ໂຄງການ “ພັດທະນາ​ຊົນນະບົດ​ຢ່າງ​ໝັ້ນຄົງ​ເພື່ອ​ຄົນ​ທຸກ​ຍາກ​ຢູ່ 2 ​ແຂວງ ຮ່າ​ຕິ້ງ ​ແລະ ກວາງ​ບິ່ງ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ປະທານ IFAD Kanayo F. Nwanze ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຕົວຢ່າງ​ດີ​ເດັ່ນ​ໃນ​ຂົງ​ເຂດ​ນີ້, ສະ​ນັ້ນ​ບ້ວງ​ເງິນ​ອຸປະຖຳ​ຂອງ IFAD ສະຫງວນ​ໃຫ້​ແກ່​ຫວຽດນາມ ​ແມ່ນ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ບັນດາ​ຄອບຄົວ​ຊາວ​ກະສິກອນ​ທຸກ​ຍາກ​ພັດທະນາ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື​ກັບ​ວິ​ກິດ​ການ ​ແລະ ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ເອກອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະມາ​ເຖິງລັດຖະບານ​ຫວຽດນາມ ຈະ​ສືບ​ຕໍ່​ປະຕິບັດ ​ແລະ ຍູ້​ແຮງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ການຮ່ວມ​ມື​ລະຫວ່າງ IFAD ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ໃຊ້​ບັນດາ​​ແຫຼ່ງ​ເງິນ​ອຸປະຖ​ຳຂອງ IFAD ​ເວົ້າ​ສະ​ເພາະ ກໍ່​ຄື​ຂອງ​ບັນດາ​ອົງການ​ສາກົນ​ເວົ້າ​ລວມ ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ