IFADຈະເພີ່ມທະວີການເຄື່ອນໄຫວຢູ່ຫວຽດນາມ

IFADຈະເພີ່ມທະວີການເຄື່ອນໄຫວຢູ່ຫວຽດນາມ - ảnh 1
ທ່ານ Kanayo F. Nwanze ແລະ ທ່ານ ກາວ​ຈິ໋ງທ້ຽນ
(ພາບ: vietnam+)

(vovworld) - ບັນດາ​ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ກະສິກຳ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແມ່ນ​ແບບຢ່າງ​ໃຫ້​ຫຼາຍ​ປະ​ເທດ​ພວມ​ພັດທະນາ, ພິ​ເສດ​ແມ່ນ​ໃນ​ເຂດ​ອາ​ຟະ​ລິ​ກາ. ນີ້​ແມ່ນ​ການ​ຕີ​ລາຄາ​ຂອງ​ທ່ານ​ປະທານ​ກອງ​ທຶນ​ພັດທະນາກະສິກຳ​ສາກົນ (IFAD), ທ່ານ Kanayo F. Nwanze ​ໃນ​ໂອກາດ​ທີ່​ທ່ານ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ ຫວຽດນາມ​ ປະຈຳ​ ອີ​ຕາ​ລີ ກາວ​ຈິ໋ງທ້ຽນ ຍື່ນ​ສານ​ຕາ​ຕັ້ງ ​​ເພື່ອ​ຮັບດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ຕາງໜ້າ​ຂອງ​ ຫວຽດນາມປະຈຳ IFAD. ທ່ານ ທ່ານ Kanayo F. Nwanze ສະ​ແດງ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ຕໍ່​ການ​ພັດທະນາ​ຂອງ​ຫວຽດນາມ​ໃນ​ທົດ​ສະ​ວັດ​ຜ່ານ​ມາ.

ສ່ວນ​ທ່ານ ກາວ​ຈິ໋ງທ້ຽນ ກໍ່​ແຈ້ງ​ບັນດາ​ຜົນງານ​ໃນ​ຂົງ​ເຂດ​ພັດທະນາ​ກະສິກຳ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກຂອງ​ຫວຽດນາມ, ພ້ອມ​ທັງ​ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - IFAD ​ໃນ​ໄລຍະ​ທີ່​ທ່ານ​ປະຕິບັດ​ໜ້າ​ທີ່​ການ​ທູດ. ພິ​ເສດ​ແມ່ນ​ການ​ເຊື່ອມ​ຕໍໍ່​ຕະຫຼາດ​ຜະລິດ​ຕະພັນ​ກະ​ເສດ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນນຳ​ກັນ.

ຂ່າວ/ບົດ​ອື່ນ