IFC ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື, ພັດ​ທະ​ນາ​ຕະຫຼ​າ​ດ​ເງິນທຶນ​​ຢູ່ ຫວຽດ​ນາມ

(VOVWORLD) -  ທ່ານນາງ Stephaine von Friedeburg ໃຫ້ຮູ້ວ່າ IFC ປາດຖະໜາຢາກຊຸກຍູ້ການຮ່ວມມື, ພັດທະນາຕະຫຼາດເງິນທຶນຢູ່ ຫວຽດນາມດ້ວຍການສ້າງບັນດາຜະລິດຕະພັນໃໝ່ໃຫ້ແກ່ຕະຫຼາດຫຼັກຊັບ, ໜູນຊ່ວຍພັດທະນາຕະຫຼາດພັນທະບັດຂອງວິສາຫະກິດ, ລົງທຶນເຂົ້າບັນດາໂຄງການໃຫຍ່ຂອງ ຫວຽດນາມ.
IFC ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື, ພັດ​ທະ​ນາ​ຕະຫຼ​າ​ດ​ເງິນທຶນ​​ຢູ່ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ  ທ່ານນາງ Stephanie von Friedeburg, ຜູ້ອຳນວຍການຝ່າຍບໍລິຫານ IFC (ພາບ: VGP)

ຕອນບ່າຍວັນທີ 7 ພະຈິກ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນອົງການການເງິນສາກົນ (IFC) ໂດຍທ່ານນາງ Stephanie von Friedeburg, ຜູ້ອຳນວຍການຝ່າຍບໍລິຫານນຳໜ້າ ພວມມີການປະຕິບັດງານ ຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວຮັບຮູ້ບັນດາການເຄື່ອນໄຫວຂອງ IFC ເຂົ້າບາງທະນາຄານ, ອົງການຈັດຕັ້ງການເງິນ ຢູ່ ຫວຽດນາມໃນໄລຍະທີ່ຜ່ານມາ ໄດ້ປະກອບສ່ວນເຂົ້າໃນວິວັດທະນາການຫັນເປັນຫຸ້ນສ່ວນ ແລະ ພັດທະນາກຸ່ມເສດຖະກິດພາກເອກະຊົນ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ IFC ເຂົ້າຮ່ວມການອຸປະຖຳເງິນທຶນ ໃຫ້ແກ່ບັນດາວິສາຫະກິດ, ທະນາຄານລົງທຶນກໍ່ສ້າງບັນດາໂຄງການສຳຄັນກ່ຽວກັບພື້ນຖານໂຄງລ່າງຄື ສະໜາມບິນ ລອງແທັງ, ເສັ້ນທາງດ່ວນ ເໜືອ - ໃຕ້, ສົ່ງເສີມ IFC ເຂົ້າຮ່ວມການລົງທຶນຊື້ຫຸ້ນສ່ວນຢູ່ບັນດາທະນາຄານການຄ້າໃຫຍ່ຂອງ ຫວຽດນາມ.

ທ່ານນາງ Stephaine von Friedeburg ໃຫ້ຮູ້ວ່າ IFC ປາດຖະໜາຢາກຊຸກຍູ້ການຮ່ວມມື, ພັດທະນາຕະຫຼາດເງິນທຶນຢູ່ ຫວຽດນາມດ້ວຍການສ້າງບັນດາຜະລິດຕະພັນໃໝ່ໃຫ້ແກ່ຕະຫຼາດຫຼັກຊັບ, ໜູນຊ່ວຍພັດທະນາຕະຫຼາດພັນທະບັດຂອງວິສາຫະກິດ, ລົງທຶນເຂົ້າບັນດາໂຄງການໃຫຍ່ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ