ILO ຊົມ​ເຊີຍ​ຫວຽດ​ນາມ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ພື້ນ​ຖານ​ຂອງ ILO ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລວມ​ໝູ່ (ສົນ​ທິສັນ​ຍາ​ເລກ​ທີ 98)

(VOVWORLD) -ວັນທີ 14 ມິຖຸນາ, ອົງການແຮງງານສາກົນ (ILO)  ໄດ້ຊົມເຊີຍຫວຽດນາມ ທີ່ມີການຕັດສິນໃຈສຳຄັນ ໃຫ້ສັດຕະຍາບັນ 1 ໃນບັນດາສົນທິສັນຍາພື້ນຖານຂອງ ILO ເພື່ອໃສ່ຊຸກຍູ້ການເຈລະຈາລວມໝູ່. ການຕັດສິນໃຈຮັບຮອງເອົາສົນທີສັນຍາເລກທີ 98 ໂດຍສະມາຊິກສະພາແຫ່ງຊາດຫວຽດນາມ ທັງໝົດ 452 ທ່ານ ໄດ້ປ່ອນບັດເຫັນດີໃນວາລະປະຊຸມເມື່ອຕອນເຊົ້າວັນທີ 14 ມິຖຸນາຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ILO ຊົມ​ເຊີຍ​ຫວຽດ​ນາມ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ພື້ນ​ຖານ​ຂອງ ILO ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລວມ​ໝູ່ (ສົນ​ທິສັນ​ຍາ​ເລກ​ທີ 98) - ảnh 1 ພາບປະກອບ

     ທ່ານ Chang-Hee Lee ຜູ້ອຳນວຍການ ILO ຫວຽດນາມ ຖືວ່າ: ການໃຫ້ສັດຕະຍາບັນສົນທິສັນຍາເລກທີ 98 ຈະຍູ້ແຮງການເຈລະຈາລວມໝູ່ແທດຈິງກ່ວາອີກ ເພື່ອມີບັນດາມາດຕະການທີ່ນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍຢູ່ບ່ອນເຮັດວຽກ. ສິ່ງດັ່ງກ່າວອາດຈະພາໄປເຖິງເງື່ອນໄຂເຮັດວຽກທີ່ດີກ່ວາ, ສະມັດຕະພາບການອອກແຮງງານສູງກ່ວາ ແລະ ຄວາມຮຸ່ງເຮືອງສີວິໄລຈະຖືກແບ່ງໂດຍສະເໝີພາບ, ປະກອບສ່ວນນຳມາເຊິ່ງການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ