IMF ກະຕຸກຊຸກຍູ້ Eurozone ເຄື່ອນໄຫວປັບປຸງກຳລັງຄວາມສາມາດດ້ານການເງິນ

(VOVWORLD) - ບັນດາປະເທດ ຄວນສະຫງວນຈຳນວນເງິນ 0,35% ຍອດຜະລິດຕະພັນພາຍໃນ (GDP)

IMF ກະຕຸກຊຸກຍູ້ Eurozone ເຄື່ອນໄຫວປັບປຸງກຳລັງຄວາມສາມາດດ້ານການເງິນ - ảnh 1 ທ່ານນາງ Christine Lagarde, ຜູ້ອຳນວຍການກອງທຶນເງິນຕາສາກົນ

(ພາບ:AFP/TTXVN)

ວັນທີ 26 ມີນາ, ທ່ານນາງ Christine Lagarde, ຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ໄດ້ຮຽກຮ້ອງບັນດາປະເທດຢູ່ພາກພື້ນໃຊ້ສະກຸນເງິນ ເອີໂຣ ຢູ່ເອີລົບ (Eurozone) ກະກຽມກອງທຶນສຳຮອງລວມເພື່ອໜູນຊ່ວຍໃນກໍລະນີບັນດາພື້ນຖານເສດຖະກິດສະມາຊິກປະສົບກັບຄວາມຫຍຸ້ງຍາກ. ກ່າວຄຳເຫັນຢູ່ ແບັກແລັງ (ປະເທດ ເຢຍລະມັນ), ທ່ານນາງ Lagarde ໄດ້ແນະນຳບັນດາໝາກຜົນແຫ່ງການຄົ້ນຄ້ວາຂອງ IMF ໂດຍໃຫ້ຮູ້ວ່າ: ບັນດາປະເທດ ຄວນສະຫງວນຈຳນວນເງິນ 0,35% ຍອດຜະລິດຕະພັນພາຍໃນ (GDP) ໃນແຕ່ລະປີເພື່ອສົ່ງເຂົ້າກອງທຶນລວມເພື່ອນຳໃຊ້ເມື່ອຈຳເປັນ ດ້ວຍເງື່ອນໄຂກອງທຶນໄດ້ຄຸ້ມຄອງດ້ວຍບັນດາຂໍ້ກຳນົດທີ່ເຄັ່ງຄັດ. ເມື່ອມີຄວາມຈຳເປັນ, ກອງທຶນອາດຈະຫັກເງິນໃຫ້ກູ້ຢຶມເພື່ອຊ່ວຍເຫຼືອບັນດາປະເທດທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານນາງຜູ້ອຳນວຍການ IMF ກໍ່ກະຕຸກຊຸກຍູ້ບັນດາປະເທດ Eurozone ຍົກອອກບັນດາມາດຕະການນີ້ເຂົ້ານຳໃຊ້ກ່ອນທີ່ວິກິດການຈະເກີດຂຶ້ນຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ