IMF ກ່າວເຕືອນຄວາມບໍ່ລົງລອຍກັນດ້ານການຄ້າເຮັດໃຫ້ແງ່ຫວັງເຕີບໂຕເສດຖະກິດຖືກມືດມົວ

(VOVWORLD) -ບັນດາການຂັດແຍ້ງກັນດ້ານການຄ້າ ແລະ ພາສີພວມເລີ່ມເຮັດໃຫ້ແງ່ຫວັງເຕີບໂຕດ້ານເສດຖະກິດທົ່ວໂລກຖືກມືດມົວ.

IMF ກ່າວເຕືອນຄວາມບໍ່ລົງລອຍກັນດ້ານການຄ້າເຮັດໃຫ້ແງ່ຫວັງເຕີບໂຕເສດຖະກິດຖືກມືດມົວ - ảnh 1 ທ່ານນາງ Christine Lagarde, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF)

(ພາບປະກອບ: AFP/TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານນາງ Christine Lagarde, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໃນບົດກ່າວປາໄສວັນທີ 01 ຕຸລາ, ກ່ອນການດຳເນີນກອງປະຊຸມປະຈຳປີຂອງ IMF ແລະ ທະນາຄານໂລກ (WB) ຄາດວ່າ ຈະດຳເນີນໃນອາທິດຈະມາເຖິງຢູ່ອິນໂດເນເຊຍ. ພ້ອມທັງ, ທ່ານນາງ Christine Lagarde ກໍ່ຮຽກຮ້ອງໃຫ້ບັນດາປະເທດແກ້ໄຂຄວາມບໍ່ລົງລອຍກັນ ແລະ ປະຕິຮູບບັນດາຫຼັກການການຄ້າທົ່ວໂລກ.

        ຕາມທ່ານນາງ Christine Lagarde ແລ້ວ, ບັນດາຮົ້ວກີດຂວາງດ້ານພາສີໄດ້ຈຳກັດການເຕີບໂຕທົ່ວໂລກ, ຕາມນັ້ນແລ້ວ, ພາສີບໍ່ພຽງແຕ່ສົ່ງຜົນກະທົບເຖິງດ້ານການຄ້າເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງການລົງທຶນ ແລະ ການຜະລິດອີກດ້ວຍ.

        ທ່ານນາງ Christine Lagarde ເນັ້ນໜັກວ່າ, ສົງຄາມການຄ້າ, ພ້ອມກັບອັດຕາດອກເບ້ຍສູງ ແລະ ສະກຸນເງິນ USD ເພີ່ມຂຶ້ນຢ່າງແຮງພວມກະທົບເຖິງບາງພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ. ການຄົ້ນຄວ້າໃໝ່ຂອງ IMF ໄດ້ຊີ້ໃຫ້ເຫັນວ່າ, ບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນ, ເວັ້ນເສຍຈີນ, ອາດເຫັນປະຈັກຕາລະດັບໜີ້ເພີ່ມຂຶ້ນເຖິງ 100 ຕື້ USD, ທຽບເທົ່າກັບວິກິດການດ້ານເສດຖະກິດທົ່ວໂລກຂອງ 10 ປີກ່ອນ.

        ສະນັ້ນ, ບັນດາປະເທດຄວນຫຼຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າໃນປະຈຸບັນ, ກໍ່ຄືເລີ່ມສ້າງບັນດາຫຼັກການດີທີ່ສຸດໃຫ້ແກ່ລະບົບການຄ້າທົ່ວໂລກ, ໃນນັ້ນມີການປະຕິຮູບອົງການການຄ້າໂລກ (WTO).

ຕອບກັບ

ຂ່າວ/ບົດ​ອື່ນ