IMF ກ່າວເຕືອນເສດຖະກິດທົ່ວໂລກພວມຢູ່ໃນຈຸດເວລາສະດຸ້ງໄວ

(VOVWORLD) - ພື້ນຖານເສດຖະກິດທົ່ວໂລກພວມຢູ່ໃນ “ຈຸດເວລາສະດຸ້ງໄວ”, ຮຽກຮ້ອງໃຫ້ບັນດາທະນາຄານສູນກາງຕ້ອງຮັກສາບັນດາມາດຕະການກະຕຸ້ນ ແລະ ລັດຖະບານບັນດາປະເທດຕ່າງໆຕ້ອງແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າໂດຍໄວ. ນີ້ແມ່ນຄໍາກ່າວເຕືອນຂອງທ່ານນາງ Christine Lagarde ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໄດ້ຍົກອອກມາໃນວັນທີ 05 ມິຖຸນາ.
IMF ກ່າວເຕືອນເສດຖະກິດທົ່ວໂລກພວມຢູ່ໃນຈຸດເວລາສະດຸ້ງໄວ - ảnh 1 ທ່ານນາງ Christine Lagarde ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ (ພາບ: TTXVN)

        ທ່ານນາງ Lagarde ຖືວ່າ ບຸລິມະສິດໃນສະເພາະໜ້າ ແມ່ນແກ້ໄຂສະພາບຄວາມເຄັ່ງຕຶງດ້ານການຄ້າໃນປັດຈຸບັນ; ພ້ອມທັງຍົກອອກຄໍາກ່າວເຕືອນຕໍ່ບັນດາມາດຕະການໂຕ້ຕອບຂຶ້ນພາສີເຊິ່ງກັນແລະກັນ ລະຫວ່າງ ອາເມລິກາ ແລະ ຈີນ. ທ່ານນາງກໍຮຽກຮ້ອງໃຫ້ລັດຖະບານບັນດາປະເທດຊ່ວຍຫຼຸດຜ່ອນສະພາບຄວາມເຄັ່ງຕຶງດ້ານການຄ້າ ແລະ ລົບລ້າງບັນດາຮົ້ວກີດຂວາງດ້ານການຄ້າທີ່ໄດ້ຈັດວາງໃສ່ກັນຫວ່າງມໍ່ໆມານີ້ ແລະ ຫຼີກລ້ຽງການຈັດວາງບັນດາຮົ້ວກີດຂວາງຕື່ມອີກ ບໍ່ວ່າດ້ວຍຮູບໃດ.

        ກໍຕາມບົດລາຍງານຂອງ IMF ແລ້ວ, ຄວາມບໍ່ລົງລອຍກັນດ້ານການຄ້າ ແລະ ບັນຫາອັງກິດຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ຫຼືຍັງເອີ້ນວ່າ Brexit ກໍໝາຍຄວາມວ່າ ຍັງຄົງມີບັນດາຄວາມວິຕົກກັງວົນກ່ຽວກັບຄວາມສາມາດຟື້ນຟູເສດຖະກິດທົ່ວໂລກ, ຮຽກຮ້ອງບັນດາປະເທດຈົ່ງສືບຕໍ່ປະຕິບັດບັນດານະໂຍບາຍໜູນຊ່ວຍການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ