IMF ກ່າວເຕືອນໄພອາດຈະເກີດສະພາບຊຸດໂຊມຢ່າງໜັກໜ່ວງໃນທົ່ວເອີລົບ

(VOVWORLD) - ໃນບົດຂຽນທີ່ເອົາລົງໃນໜັງສືພິມ Financial Times (FT), IMF ຄາດຄະເນວ່າ: ເວັ້ນເສຍແຕ່ແຫຼ່ງພະລັງງານ LNG ໄດ້ແບ່ງປັນ ແລະ ລາຄາໄດ້ຮັບການຄວບຄຸມ
IMF ກ່າວເຕືອນໄພອາດຈະເກີດສະພາບຊຸດໂຊມຢ່າງໜັກໜ່ວງໃນທົ່ວເອີລົບ - ảnh 1ສະຖານທີ່ໃສ່ພະລັງງານ LNG ຢູ Dortmund, ປະເທດ ເຢຍລະມັນ
(ພາບ: AFP/TTXVN)

ວັນທີ 19 ກໍລະກົດ, ກອງທຶນເງິນຕາສາກົນ (IMF) ກ່າວເຕືອນວ່າຄຳສັ່ງຂວ້ຳບາດ ສຳລັບ ອາຍແກັດຂອງ ລັດເຊຍ ຈະພາໄປເຖິງສະພາບຊຸດໂຊມຢ່າງໜັກໜ່ວງຢູ່ ເອີລົບຕາເວັນອອກ ແລະ ອີຕາລີ ຖ້າຫາກບັນດາປະເທດໃນໂລກຮັກສາແຫຼ່ງສະຫຼອງທີ່ຂາດເຂີນຂອງຕົນ.

        ໃນບົດຂຽນທີ່ເອົາລົງໃນໜັງສືພິມ Financial Times (FT), IMF ຄາດຄະເນວ່າ: ເວັ້ນເສຍແຕ່ແຫຼ່ງພະລັງງານ LNG ໄດ້ແບ່ງປັນ ແລະ ລາຄາໄດ້ຮັບການຄວບຄຸມ, ທຸກໆການກະທຳຂອງລັດເຊຍ ເພື່ອແນໃສ່ຢຸດຕິການສະໜອງ ອາຍແກັດ ໃຫ້ແກ່ເອີລົບ ຈະເຮັດໃຫ້ເສດຖະກິດຊຸດໂຊກຫລາຍກ່ວາ 5% ໃນປີໜ້າຢູ່ ສ ເຊັກໂກ, ຮຸງກາຣີ, ສະໂລວາເກຍ ແລະ ອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ