IMF: ຄວາມສ່ຽງດ້ານການເງິນທົ່ວໂລກເພີ່ມຂຶ້ນ

(VOVWORLD) - ທ່ານນາງ Kristalina Georgieva ຄາດຄະເນວ່າ ນັບທັງແງ່ຫວັງຂອງປີ 2024 ດີຂຶ້ນກໍ່ຕາມ, ແຕ່ການເຕີບໂຕເສດຖະກິດໃນປີໜ້າຍັງຢູ່ໃນລະດັບຕ່ຳກ່ວາ 3,8%. IMF ພວມຕິດຕາມການຜັນແປຂອງສະພາບການ...
IMF: ຄວາມສ່ຽງດ້ານການເງິນທົ່ວໂລກເພີ່ມຂຶ້ນ - ảnh 1ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva

ວັນທີ 26 ມີນາ, ກ່າວຄຳເຫັນທີ່ເວທີປາໄສຂັ້ນສູງພັດທະນາຈີນ ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva ຖືວ່າ: ແງ່ຫວັງໄລຍະກາງຂອງພື້ນຖານເສດຖະກິດທົ່ວໂລກຍັງຕ່ຳ ແລະ ຄວາມສ່ຽງສຳລັບ ຄວາມໝັ້ນທ່ຽງດ້ານການເງິນພວມເພີ່ມຂຶ້ນຍ້ອນສະພາບເງິນເຟີ້, ການປະທະກັນ ແລະ ການແບ່ງແຍກດ້ານພູມສາດການເມືອງເພີ່ມຂຶ້ນ. ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva ຖືວ່າ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ການຮັດແໜ້ນນະໂຍບາຍການເງິນໃນປະຈຸບັນພວມກົດໜ່ວງການພັດທະນາຂອງພື້ນຖານເສດຖະກິດທົ່ວໂລກ. ທ່ານນາງ Kristalina Georgieva ຄາດຄະເນວ່າ ນັບທັງແງ່ຫວັງຂອງປີ 2024 ດີຂຶ້ນກໍ່ຕາມ, ແຕ່ການເຕີບໂຕເສດຖະກິດໃນປີໜ້າຍັງຢູ່ໃນລະດັບຕ່ຳກ່ວາ 3,8%. IMF ພວມຕິດຕາມການຜັນແປຂອງສະພາບການ ແລະ ຕີລາຄາຜົນກະທົບຕໍ່ແງ່ຫວັງເສດຖະກິດ ແລະ ຄວາມສະຖຽນລະພາບດ້ານການເງິນທົ່ວໂລກຢ່າງໃກ້ຊິດ.

        ເວທີປາໄສຂັ້ນສູງພັດທະນາ ຈີນ ໃນປີນີ້ຈັດຂຶ້ນແຕ່ວັນທີ 25 – 27 ມີນາ ຢູ່ ປັກກິ່ງດ້ວຍຫົວຂໍ້ວ່າ “ການຟື້ນຟູເສດຖະກິດ: ກາລະໂອກາດ ແລະ ການຮ່ວມມື”.

ຕອບກັບ

ຂ່າວ/ບົດ​ອື່ນ