IMF ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂລກ ຈະ​ຊຸດ​ໂຊມ​ໃນ​ປີ​ນີ້

(VOVWORLD) -ການເຕີບໂຕເສດຖະກິດທົ່ວໂລກ ຈະຊຸດໂຊມ, ຢູ່ລະດັບ 2,7% ໃນປີ 2023, ແລ້ວຟື້ນຕົວໃນປີ 2024. 

ນີ້ແມ່ນຂໍ້ສັງເກດຂອງທ່ານນາງຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) Kristalina Georgieva ຍົກອອກມາໃນເວທີປາໄສເສດຖະກິດໂລກ (WEF) ປີ 2023 ເຊິ່ງພວມດຳເນີນຢູ່ນະຄອນ Davos (ປະເທດສະວິດ).

IMF ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂລກ ຈະ​ຊຸດ​ໂຊມ​ໃນ​ປີ​ນີ້ - ảnh 1ທ່ານນາງຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) Kristalina Georgieva (ພາບ: TTXVN)
ທ່ານນາງຜູ້ອຳນວຍການໃຫຍ່ IMF ກໍໄດ້ຍົກອອກສິ່ງທ້າທາຍໃຫຍ່ 3 ປະການ ສຳລັບເສດຖະກິດໂລກ, ລວມມີ: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ວິກິດການກ່ຽວກັບຄ່າໃຊ້ຈ່າຍ; ອັດຕາດອກເບ້ຍສູງຢູ່ໃນລະດັບບໍ່ເຄີຍມີມາກ່ອນໃນຫຼາຍທົດສະວັດ. ຕາມນັ້ນແລ້ວ, ໂລກ ຕ້ອງມີການດັດປັບ ເພື່ອຮັບປະກັນແຫຼ່ງສະໜອງແບບ “ອັດສະລິຍະ”.

        ກ່ຽວກັບຄວາມອາດສາມາດຂອງບັນດາທະນາຄານສູນກາງ ຫຼຸດອັດຕາດອກເບ້ຍນັ້ນ, ທ່ານນາງ Georgieva ຖືວ່າ ຍັງບໍ່ທັນຮອດຈຸດເວລານັ້ນເທື່ອ ເພາະວ່າ ອັດຕາເງິນເຟີ້ກຳລັງຫຼຸດລົງ ແຕ່ຍັງຢູ່ໃນລະດັບສູງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ