IMF ຄາດ​ຄະ​ເນ​ວ່າ Covid – 19 ຈະ​ເຮັດ​ໃຫ້​​ສະ​ພາບ​ການຊຸດ​ໂຊມ​​ທົ່ວ​ໂລກ ໃນ​ປີ 2020

(VOVWORLD) -ກອງທຶນເງິນຕາສາກົນ (IMF) ໄດ້ຄາດຄະເນວ່າ ໂລກລະບາດ Covid – 19 ຈະເຮັດໃຫ້ສະພາບການເສດຖະກິດຊຸດໂຊມທົ່ວໂລກໃນປີ 2020, ຊ້ຳບໍ່ໜ້ຳຍັງອາດຮ້າຍແຮງກວ່າວິກິດການດ້ານການເງິນເກືອບ 10 ປີກ່ອນ. 
IMF ຄາດ​ຄະ​ເນ​ວ່າ Covid – 19 ຈະ​ເຮັດ​ໃຫ້​​ສະ​ພາບ​ການຊຸດ​ໂຊມ​​ທົ່ວ​ໂລກ ໃນ​ປີ 2020 - ảnh 1

ໃນຊຸມວັນທີ່ຜ່ານມາ, ດັດຊະນີຕະຫຼາດຫຼັກຊັບ ອາເມລິກາ ມີການຫຼຸດລົງຢ່າງລຽນຕິດ (ພາບ: Reuters)

ເຖິງວ່າ ຈະຄາດຄະເນກ່ຽວກັບສະພາບການຊຸດໂຊມທົ່ວໂລກໃນປີ 2020 ກໍ່ຕາມ, ແຕ່ IMF ກໍ່ຖືວ່າ ພື້ນຖານເສດຖະກິດໂລກ ຈະຟື້ນຟູໃນປີ 2021. ທ່ານ Kristalina Georgieva ຜູ້ອຳນວຍການຝ່າຍບໍລິຫານ IMF ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາມາດຕະການງົບປະມານຢ່າງແຮງຂອງບັນດາປະເທດເພື່ອແນໃສ່ຊຸກຍູ້ລະບົບສາທາລະນະສຸກ ແລະ ປົກປ້ອງບັນດາບໍລິສັດ ແລະ ຜູ້ອອກແຮງງານ ທີ່ຖືກຜົນສະທ້ອນຈາກ ໂລກລະບາດ Covid – 19.

ໃນຂະນະນັ້ນ, ທ່ານ David Malpass ປະທານທະນາຄານໂລກ (WB) ໃຫ້ຮູ້ວ່າ ອົງການນີ້ອາດຈະຜັນຂະຫຍາຍເງິນ 150 ຕື້ USD ພາຍໃນຮອບເວລາ 15 ເດືອນຈະມາເຖິງເພື່ອແນໃສ່ຊ່ວຍໃຫ້ບັນດາປະເທດພັດທະນາຮັບມື ແລະ ຟື້ນຟູຈາກ ຜົນກະທົບຂອງ ໂລກລະບາດ Covid – 19. ປັດຈຸບັນ, ທະນາຄານໂລກພວມກະກຽມໂຄງການຢູ່ 49 ປະເທດເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19 ແລະ ຈະຕັດສິນ 16 ໂຄງການ ໃນຈຳນວນບັນດາໂຄງການນີ້ໂດຍໄວ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ