IMF ຄາດ​ຄະ​ເນ​ວ່າ ​ພື້ນຖານ​ເສດຖະກິດ​ໂລກ​ຈະຟື້ນ​ຟູ​ໄດ້​ພຽງສ່ວນໜຶ່ງ​​ໃນ​ປີ 2021 ​ເທົ່າ​ນັ້ນ

(VOVWORLD) -ມີຄວາມເປັນໄປໄດ້ສູງທີ່ IMF ຈະຫຼຸດຜ່ອນການຄາດຄະເນລະດັບຊຸດໂຊມລົງ 3% ໃນປີ 2020.
IMF ຄາດ​ຄະ​ເນ​ວ່າ ​ພື້ນຖານ​ເສດຖະກິດ​ໂລກ​ຈະຟື້ນ​ຟູ​ໄດ້​ພຽງສ່ວນໜຶ່ງ​​ໃນ​ປີ 2021 ​ເທົ່າ​ນັ້ນ - ảnh 1 ທ່ານນາງ Kristalina Georgieva ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ (ພາບ: TTXVN)

        ພື້ນຖານເສດຖະກິດທົ່ວໂລກ ຈະຕ້ອງໃຊ້ເວລາຫຼາຍກວ່າ ຈຶ່ງສາມາດຟື້ນຟູໄດ້ຢ່າງສິ້ນເຊິງ ພາຍຫຼັງຖືກຜົນສະທ້ອນຢ່າງແຮງຈາກໂລກລະບາດໂຄວິດ - 19, ໃນຂະນະທີ່ລັດທິອາລັກຂາມີຄວາມສ່ຽງບືນຕົວຂຶ້ນ. ວັນທີ 18 ພຶດສະພາ, ທ່ານນາງ Kristalina Georgieva ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ: ມີຄວາມເປັນໄປໄດ້ສູງທີ່ IMF ຈະຫຼຸດຜ່ອນການຄາດຄະເນລະດັບຊຸດໂຊມລົງ 3% ໃນປີ 2020 ແລະ ພື້ນຖານເສດຖະກິດໂລກ ຈະຟື້ນຟູໄດ້ພຽງສ່ວນໜຶ່ງໃນປີ 2021 ເທົ່ານັ້ນ, ແທນທີ່ຈະຄາດຄະເນຍອດປະລິມານຜະລິດຕະພັນພາຍໃນ (GDP) ບັນລຸລະດັບການເຕີບໂຕ 5,8% ຄືເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ