IMF ຍົກ​ອັດ​ຕາການ​ຄາດ​ຄະ​ເນ​ລະ​ດັບ​ເຕີບໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ປີ 1976 ມາ​ນີ້

(VOVWORLD) -ວັນທີ 6 ເມສາ, ກອງທຶນເງິນຕາສາກົນ (IMF) ອີກຄັ້ງໜຶ່ງເພີ່ມອັດຕາການຄາດຄະເນກ່ຽວກັບລະດັບການເຕີບໂຕເສດຖະກິດທົ່ວໂລກ ຂຶ້ນລະດັບ 6% ໃນປີ 2021.
IMF ຍົກ​ອັດ​ຕາການ​ຄາດ​ຄະ​ເນ​ລະ​ດັບ​ເຕີບໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ປີ 1976 ມາ​ນີ້ - ảnh 1(ພາບປະກອບ: TTXVN)

    ນີ້ແມ່ນລະດັບການເຕີບໂຕສູງສຸດນັບແຕ່ຊຸມປີ 1970 ມານີ້, ສ່ວນຫຼາຍແມ່ນຍ້ອນບັນດານະໂຍບາຍທີ່ບໍ່ເຄີຍມີມາກ່ອນຂອງບັນດາປະເທດ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ - 19. ລະດັບການເຕີບໂຕດັ່ງກ່າວ ແມ່ນສູງກວ່າອັດຕາ 5,5% ທີ່ໄດ້ຄາດຄະເນກ່ອນນີ້ 3 ເດືອນ. ເລື່ອງ ກອງທຶນເງິນຕາສາກົນ ເພີ່ມອັດຕາການຄາດຄະເນລະດັບການເຕີບໂຕສະແດງໃຫ້ເຫັນແງ່ຫວັງອັນໃສແຈ້ງກວ່າຂອງພື້ນຖານເສດຖະກິດທົ່ວໂລກ. ຖ້າຫາກວ່າການຄາດຄະເນຂອງກອງທຶນເງິນຕາສາກົນປະກົດຜົນເປັນຈິງ, ຕົວເລກດັ່ງກ່າວ ຈະສ້າງຂີດໝາຍແກ່ລະດັບການເຕີບໂຕໄວສຸດຂອງພື້ນຖານເສດຖະກິດໂລກ ນັບແຕ່ປີ 1976.

        ບົດລາຍງານທີ່ມີຊື່ວ່າ “ແງ່ຫວັງເສດຖະກິດໂລກ” ທີ່ໄດ້ປະກາດຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງລະຫວ່າງ ແງ່ຫວັງເສດຖະກິດຂອງ ອາເມລິກາ ແລະ ຫຼາຍປະເທດອື່ນ, ຍ້ອນບ້ວງເງິນໜູນຊ່ວຍຄັ້ງຫຼ້າສຸດ ທີ່ມີມູນຄ່າ 1.900 ຕື້ USD ຂອງ ວໍຊິງຕັນ. ໃນນັ້ນ ບັນດາພື້ນຖານເສດຖະກິດພັດທະນາອື່ນຄື ເຢຍລະມັນ, ຝລັ່ງ ແລະ ຍີ່ປຸ່ນ ລ້ວນແຕ່ປະເຊີນກັບຄວາມຫຍຸ້ງຍາກນັບແຕ່ເດືອນມັງກອນ,  ກອງທຶນເງິນຕາສາກົນ ໄດ້ເພີ່ມອັດຕາການຄາດຄະເນລະດັບເຕີບໂຕເສດຖະກິດຂອງ ອາເມລິກາ ນັບແຕ່ 4,3% ຂຶ້ນເປັນ 5,1% ໃນປີນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ