IMF ຕີລາຄາກ່ຽວກັບວິກິດການດ້ານສະບຽງອາຫານທົ່ວໂລກ

(VOVWORLD) - ບັນດາຂໍ້ຈຳກັດໃນການສົ່ງອອກຢູ່ບາງປະເທດໄດ້ເຮັດໃຫ້ລາຄາສະບຽງອາຫານທົ່ວໂລກເພີ່ມຂຶ້ນ ເຖິງວ່າບາງຂໍ້ຈຳກັດໝົດຜົນສັກສິດແລ້ວກໍ່ຕາມ…
IMF ຕີລາຄາກ່ຽວກັບວິກິດການດ້ານສະບຽງອາຫານທົ່ວໂລກ - ảnh 1ເດັກນ້ອຍຢູ່ອາບຝຣີກາ ຫຼາຍຄົນຕ້ອງການສະບຽງອາຫານ (ພາບ:The New Humanitarian)

ຕາມບົດລາຍງານແງ່ຫວັງເສດຖະກິດໂລກຫາກໍ່ປະກາດໃນວັນທີ 26 ກໍລະກົດ ແລ້ວ, IMF ໃຫ້ຂໍ້ສັງເກດວ່າ ໃນຊຸມເດືອນມໍ່ໆມານີ້, ລາຄາສະບຽງອາຫານທົ່ວໂລກໄດ້ເປັນປົກກະຕິໃນຊຸມ, ແຕ່ຍັງຢູ່ໃນລະດັບສູງກ່ວາຫຼາຍເມື່ອທຽບໃສ່ປີ 2021. ຕາມ IMF ແລ້ວ, ສາຍເຫດຕົ້ນຕໍທີ່ພາໃຫ້ເກີດໄພເງິນເຟີ້ດ້ານລາຄາສະບຽງອາຫານທົ່ວໂລກ, ພິເສດແມ່ນລາຄາທັນຍາຫານ, ແມ່ນຍ້ອນຜົນກະທົບຂອງວິກິດການຢູ່ ຢູແກຼນ. ບັນດາຂໍ້ຈຳກັດໃນການສົ່ງອອກຢູ່ບາງປະເທດໄດ້ເຮັດໃຫ້ລາຄາສະບຽງອາຫານທົ່ວໂລກເພີ່ມຂຶ້ນ ເຖິງວ່າບາງຂໍ້ຈຳກັດໝົດຜົນສັກສິດແລ້ວກໍ່ຕາມ… ຍ້ອນພະລັງງານ ແລະ ສະບຽງອາຫານແມ່ນປະເພດສິນຄ້າທີ່ຈຳເປັນ, ບໍ່ມີຜະລິດຕະພັນໃດສາມາດທົດແທນໄດ້, ດັ່ງນັ້ນ ລາຄາເພີ່ມຂຶ້ນສູງໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ບັນດາຄອບຄົວ. IMF ມີຄວາມວິຕົກວັງວົນຕໍ່ສະພາບການປະຈຸບັນ ບໍ່ພຽງແຕ່ນາບຂູ່ເຖິງເສດຖະກິດເທົ່ານັ້ນ ຫາກຍັງຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ