IMF ບັນ​ລຸ​ຂໍ້​ຕົກ​ລົງນ​ເບື້ອງ​ຕົ້ນ​ກັບ​ອີ​ຢີບ ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ຢືມ​ທີ່​ມີ​ມູນ​ຄ່າ 5.2 ຕື້ USD

(VOVWORLD) -

  ວັນທີ 5 ມິຖຸນາ, ກອງທຶນເງິນຕາສາກົນ (IMF) ປະກາດວ່າ ບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນກັບອີຢີບ ກ່ຽວກັບບ້ວງເງິນກູ້ຢືມທີ່ມີມູນຄ່າ 5.2 ຕື້ USD ທີ່ມີການກຳນົດເວລາແມ່ນ 12 ເດືອນ ນອນໃນຂໍ້ຕົກລົງສິນເຊື່ອສຳຮອງ (SBA) ຂອງ IMF.

IMF ບັນ​ລຸ​ຂໍ້​ຕົກ​ລົງນ​ເບື້ອງ​ຕົ້ນ​ກັບ​ອີ​ຢີບ ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ຢືມ​ທີ່​ມີ​ມູນ​ຄ່າ 5.2 ຕື້ USD - ảnh 1

ປະຊາຊົນໃສ່ຜ້າອັດປາກເພື່ອປ້ອງກັນໂລກລະບາດໂຄວິດ-19 ຢູ່ອີຢີບ

(ພາບ: THX/TTXVN)

   ສື່ມວນຊົນອີຢີບ ໄດ້ຄັດສະເໜີຄຳປະກາດຂອງ IMF ໂດຍຊີ້ແຈ້ງວ່າ, ຕາມຄຳຮຽກຮ້ອງຂອງວົງການເຈົ້າໜ້າທີ່ອີຢີບ, ຄະນະຜູ້ແທນ IMF ໄດ້ຈັດການປະຊຸມທາງອອນລາຍແຕ່ວັນທີ 19 ພຶດສະພາ ຫາວັນທີ 5 ມິຖຸນາ ເພື່ອແນໃສ່ປຶກສາຫາລືກ່ຽວກັບມາດຕະການໜູນຊ່ວຍດ້ານການເງິນ ໃຫ້ແກ່ບັນດາແຜນການນະໂຍບາຍຂອງປະເທດອາຟຣິກກາເໜືອນີ້, ມຸ່ງໄປເຖິງການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຟື້ນຟູພື້ນຖານເສດຖະກິດຢ່າງແຮງ. ສີ້ນສຸດກອງປະຊຸມ, ຝ່າຍ IMF ຢືນຢັນວ່າ ໄດ້ບັນລຸຂໍ້ຕົກລົງຂັ້ນວິຊາການອີຢີບ ກ່ຽວຂ້ອງເຖິງບັນດານະໂຍບາຍເສດຖະກິດຂອງ Cairo.

   ຕາມນັ້ນແລ້ວ, IMF ສາມາດໜູນຊ່ວຍບ້ວງເງິນທີ່ມີມູນຄ່າ 5,2 ຕື້ USD ນອນໃນຂໍ້ຕົກລົງສິນເຊື່ອສຳຮອງ (SBA) ຂອງ IMF ເພື່ອຊ່ວຍວົງການເຈົ້າໜ້າທີ່ອີຢີບ ມານະພະຍາຍາມຮັກສາເສດຖະກິດໃຫ້ເປັນປົກກະຕິ ໃນສະພາບການໂລກລະບາດໂຄວິດ-19 ພວມແຜ່ລະບາດ ກໍ່ຄືຮັກສາບັນດາຜົນງານໃນການປະຕິຮູບໂຄງປະກອບ ຊື່ງ Cairo ບັນລຸໄດ້ໃນຕະຫຼອດ 3 ປີທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ