IMF ພ້ອມ​ແລ້ວ​ທີ່​ຈະ​ລະ​ດົມ​ເງິນ 1000 ຕື້ USD ໃນ​ແຫຼ່ງກອງ​ທຶນ​ເພື່ອ​ໜູນ​ຊ່ວຍ 186 ປະ​ເທດສະ​ມາ​ຊິກ

(VOVWORLD) -ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດໃນໂລກຮ່ວມແຮງຮ່ວມໃຈຍົກອອກບັນດາມາດຕະການກະຕຸກຊຸກຍູ້ເສດຖະກິດເພື່ອແນໃສ່ຫຼຸດຜ່ອນຜົນເສຍຫາຍຍ້ອນໂລກລະບາດ Covid -19.
IMF ພ້ອມ​ແລ້ວ​ທີ່​ຈະ​ລະ​ດົມ​ເງິນ 1000 ຕື້ USD ໃນ​ແຫຼ່ງກອງ​ທຶນ​ເພື່ອ​ໜູນ​ຊ່ວຍ 186 ປະ​ເທດສະ​ມາ​ຊິກ - ảnh 1ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) (ພາບ: TTXVN) 

ໃນຖະແຫຼງການໃນວັນທີ 16 ມີນາ, ທ່ານນາງ Georgieva ໃຫ້ຮູ້ວ່າ IMF ໄດ້ຮັບເອົາຂໍ້ສະເໜີ ທີ່ມາຈາກ 20 ປະເທດ ຕື່ມອີກ ກ່ຽວກັບບັນດາບ້ວງເງິນກູ້ຢືມເພື່ອແນໃສ່ໜູນຊ່ວຍເສດຖະກິດຂອງບັນດາປະເທດໃນໄລຍະໂລກລະບາດພວມມີການຜັນແປຢ່າງສັບສົນ.

ຕາມທ່ານນາງ Georgieva ແລ້ວ, ລະບອບລະບຽບການການເງິນນີ້ ພ້ອມແລ້ວທີ່ຈະລະດົມເງິນ 1000 ຕື້ USD ໃນແຫຼ່ງກອງທຶນເພື່ອໜູນຊ່ວຍໃຫ້ 186 ປະເທດ ສະມາຊິກ. ທ່ານນາງກໍ່ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ຄວນກະກຽມວິທີການຮັບມືດ້ານການເງິນທີ່ຄ້າຍຄືກັນກັບວິກິດການດ້ານການເງິນໄລຍະ ປີ 2008 – 2009.

ຕອບກັບ

ຂ່າວ/ບົດ​ອື່ນ