IMF ຫລຸດຜ່ອນການຄາດຄະເນການເຕີບໂຕເສດຖະກິດອັງກິດ

(VOVWORLD) -ການເຕີບໂຕ ຊັກຊ້າ ຂອງພື້ນຖານເສດຖະກິດ ອັງກິດ ອາດຈະໄດ້ປັບປຸງ ຖ້າຫາກປະເທດນີ້ບັນລຸໄດ້ຂໍ້ຕົກລົງດ້ານການຄ້າຢ່າງຕັ້ງຫນ້າກັບ ສະຫະພາບເອີລົບ (EU) ກ່ຽວກັບເລື່ອງຖອນອອກຈາກຊາຍຄາລວມ ເອີລົບ (Brexit). 
IMF ຫລຸດຜ່ອນການຄາດຄະເນການເຕີບໂຕເສດຖະກິດອັງກິດ - ảnh 1 ທ່ານນາງ Christine Lagarde ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ IMF

ວັນທີ 20 ທັນວາ, ທ່ານ Christine Lagarde ຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ຖືວ່າ: ການເຕີບໂຕເສດຖະກິດ ອັງກິດ ພວມຊັກຊ້າ ຍ້ອນຜົນຮ້າຍຢ້ອນຫລັງຂອງຂໍ້ຕົກລົງຖອນອອກຈາກ EU. ໃນຂະນະນັ້ນ, ບັນດາການຜັນແປໃນວິວັດການເຈລະຈາເລື່ອງ ອັງກິດ ຖອນອອກຈາກ EU (Brexit)ສະແດງໃຫ້ເຫັນສະພາບການບໍ່ແນ່ນອນ. ເຖິງຢ່າງໃດກໍຕາມ, IMF ຖືວ່າ ຖ້າຫາກອັງກິດ ແລະ EU ບັນລຸໄດ້ຂໍ້ຕົກລົງຫລຸດຜ່ອນຮົ້ວກີດຂວາງດ້ານພາສີ ແລະ ປອດພາສີ ລົງຢູ່ໃນລະດັບຕ່ຳສຸດ, ຮັບປະກັນໃຫ້ບັນດາວິສາຫະກິດສາມາດສຳຜັດກັບແຮງງານຊື່ງເຂົາເຈົ້າຈຳເປັນ ສິ່ງດັ່ງກ່າວຈະຊຸກຍູ້ການເຕີບໂຕ. ຕາມບົດລາຍງານຫລ້າສຸດ, IMF ໄດ້ຫລຸດຜ່ອນການເຕີບໂຕເສດຖະກິດຂອງອັງກິດ ໃນປີນີ້ ລົງເຫລືອພຽງ 1,6% ຈາກລະດັບ 1,7% ຕາມການຄາດຄະເນເມື່ອເດືອນ ຕຸລາ ຜ່ານມາ. ໃນຂະນະນັ້ນ IMF ຍັງຄົງຮັກສາລະດັບການ ຄາດຄະເນການເຕີບໂຕ 1,5% GDP ຂອງອັງກິດ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ