IMF ອະນຸມັດຜ່ານປ້ວງເງິນອຸປະຖຳ ທີ່ສະຫງວນໃຫ້ແກ່ເກຼັກ

IMF ອະນຸມັດຜ່ານປ້ວງເງິນອຸປະຖຳ ທີ່ສະຫງວນໃຫ້ແກ່ເກຼັກ - ảnh 1
ທ່ານ​ນາງ Christine Lagarde
( ພາບອີນເຕີແນດ )

( vovworld ) - 36 ຕື້ USD ​ແມ່ນ​ບ້ວງ​ເງິນ​ໃໝ່​ເຊິ່ງກອງ​ທຶນ​ເງິນຕາ​ສາກົນ ( IMF ) ຫາ​ກໍ່​ອະນຸມັດ​ຜ່ານ​ໃຫ້​ແກ່​ເກຼັກ. ວັນ​ທີ 15/3, ຄະນະ​ຜູ້ອຳນວຍການ​ຂອງ IMF ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ນະຄອນຫຼວງ​ວໍ​ຊິງ​ເຕັນ ( ອາ​ເມ​ລິາ ) ​ໄດ້​ຮັບ​ຮູ້​ຂໍ້​ສະ​ເໜີ​ຂອງ​ຜູ້ອຳນວຍການຝ່າຍ​ບໍລິຫານ, ທ່ານ​ນາງ Christine Lagarde ​​ແມ່ນໃຫ້​​ເກຼັກ ກູ້ຢື່ມເງິນຕື່ມ​ອີກ 36 ຕື້ USD. ອາທິດ​ກ່ອນ, ທ່ານ​ນາງ Lagarde ​​ເວົ້າ​ວ່າ ບັນດາ​ບ້ວງ​ເງິນ​ກູ້ຢື່ມຂອງ IMF ​ໄດ້​ສ່ອງ​ແສງ​​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ຂອງ IMF ​ແມ່ນສືບ​ຕໍ່​ຕັ້ງໜ້າເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ລັດຖະບານ​ເກຼັກ ໃນ​ການ​​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ ​ແລະ ຊຸກຍູ້​ພື້ນຖານ​ເສ​ດຖະກິດ​ປະ​ເທດ​ນີ້​ພັດທະນາ. ບ້ວງ​ເງິນ​ກູ້​ຢື່ມ 36 ຕື້ USD ​​ຂອງ IMF ​ຖືກ​ຕົກລົງ​ກົງ​ກັບຈຸດ​ເວ​ລາທີ່​ບັນດາ​ປະ​ເທດ​ເອີ​ລົບ ຫາ​ກໍ່​ຕົກລົງ​ປະຕິບັດ​ບ້ວງ​ເງິນ​ອຸປະຖຳ​ທີ​ສອງ​ທີ່​ມີ​ມູນ​ຄ່າ 170 ຕື້ USD ​ໃຫ້​ແກ່​ເກຼັກ.

ຂ່າວ/ບົດ​ອື່ນ