IMF ຮັກສາການຄາດຄະເນການເຕີບໂຕທົ່ວໂລກປີ 2024 ໄວ້ເໝືອນເດີມ

(VOVWORLD) - IMF ຄາດຄະເນວ່າ, ພື້ນຖານເສດຖະກິດໂລກຈະເຕີບໂຕ 3,2% ໃນປີ 2024, ບໍ່ປ່ຽນແປງເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ເມສາ.
IMF ຮັກສາການຄາດຄະເນການເຕີບໂຕທົ່ວໂລກປີ 2024 ໄວ້ເໝືອນເດີມ - ảnh 1(ພາບປະກອບ: AFP/TTXVN)

ໃນບົດລາຍງານອັບເດດແງ່ຫວັງເສດຖະກິດໂລກ, ປະກາດໃນວັນທີ 16 ກໍລະກົດ, ກອງທຶນເງິນຕາສາກົນ IMF ໄດ້ຮັກສາການຄາດຄະເນການເຕີບໂຕທົ່ວໂລກປີ 2024 ໄວ້ເໝືອນເດີມ, ໃນຂະນະທີ່ຫຼຸດລະດັບການຄາດຄະເນການເຕີບໂຕເສດຖະກິດຢູ່ ອາເມລິກາ ແລະ ຍີ່ປຸ່ນ.

ລະອຽດແມ່ນ, IMF ຄາດຄະເນວ່າ, ພື້ນຖານເສດຖະກິດໂລກຈະເຕີບໂຕ 3,2% ໃນປີ 2024, ບໍ່ປ່ຽນແປງເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ເມສາ. ຕາມ IMF ແລ້ວ, ຄາດວ່າ, ຈີນ ແລະ ອິນເດຍ ຈະຊຸກຍູ້ການເຄື່ອນໄຫວຢູ່ ອາຊີ. ການເຕີບໂຕເສດຖະກິດໃນປີ 2024 ຂອງ ຈີນ ໄດ້ດັດປັບຂຶ້ນ 5% ແລະ ຕົວເລກນີ້ຂອງ ອິນເດຍ ຄາດວ່າຈະບັນລຸ 7%. ພາກພື້ນນຳໃຊ້ສະກຸນເງິນ ເອີໂລ (Eurozone) ກໍ່ພວມສະແດງໃຫ້ເຫັນບັນດາສັນຍາຟື້ນຟູຢ່າງຕັ້ງໜ້າ. IMF ກໍ່ຫຼຸດລະດັບການຄາດຄະເນການເຕີບໂຕເສດຖະກິດຂອງ ອາເມລິກາ ລົງເຫຼືອພຽງ 2,6% ຕ່ຳກວ່າເມື່ອທຽບໃສ່ການຄາດຄະເນໃນເດືອນ ເມສາ. ໃນຂະນະນັ້ນ, ພື້ນຖານເສດຖະກິດຂອງ ຍີ່ປຸ່ນ ໄດ້ຮັບການຄາດຄະເນຈະບັນລຸ 0,7% ໃນປີນີ້. ຕາມ IMF ແລ້ວ, ສາຍເຫດຫຼັກແມ່ນຍ້ອນແຫຼ່ງສະໜອງຖືກຂາດວັກຂາດຕອນຊົ່ວຄາວ ແລະ ການລົງທຶນພາກເອກະຊົນຫຼຸດລົງໄຕມາດທີ 1 ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ