IMF ຮັກ​ສາ​ໄວ້ລະ​ດັບ​ຄ​າດ​ຄະ​ເນ​ອັດ​ຕາ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ປີ 2021

(VOVWORLD) -ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ການເຕີບໂຕເສດຖະກິດທົ່ວໂລກໃນປີ 2021 ຈະຢູ່ໃນລະດັບ 6%, ເທົ່າກັບລະດັບການຄາດຄະເນທີ່ໄດ້ຍົກອອກມາເມື່ອເດືອນ ເມສາຜ່ານມາ. ນີ້ແມ່ນຂໍ້ມູນທີ່ ທ່ານນາງຜູ້ອໍານວຍການໃຫຍ່ IMF Kristalina Georgieva ໄດ້ຍົກອອກມາໃນວັນທີ 21 ກໍລະກົດ.
IMF ຮັກ​ສາ​ໄວ້ລະ​ດັບ​ຄ​າດ​ຄະ​ເນ​ອັດ​ຕາ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ປີ 2021 - ảnh 1ທ່ານນາງຜູ້ອໍານວຍການໃຫຍ່ IMF Kristalina Georgieva (ພາບ:  AFP/TTXVN)

ທ່ານນາງຜູ້ອໍານວຍການໃຫຍ່ IMF Kristalina Georgieva ໃຫ້ຮູ້ວ່າ ວິວັດການຟື້ນຟູເສດຖະກິດຈະຊ້າລົງ ຖ້າຫາກວ່າລະດັບຄວາມໄວຂອງການສັກວັກຊິນກັນພະຍາດໂຄວິດ - 19 ບໍ່ໄດ້ຮັບການຍູ້ໄວ ແລະ ດ້ວຍລະດັບຄວາມໄວໃນການສັກວັກຊິນຄືໃນປັດຈຸບັນ, ເປົ້າໝາຍຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປກ່ອນທ້າຍປີ 2022 ແມ່ນບໍ່ອາດບັນລຸໄດ້.

        ທ່ານນາງກໍສະແດງຄວາມວິຕົກກັງວົນຕໍ່ທ່ວງທ່າຟື້ນຟູເສດຖະກິດທີ່ອາດຈະຫຼຸດລົງ ໃນສະພາບການທີ່ບັນດາປະເທດພວມພັດທະນາຂາດແຄນແຫຼ່ງສະໜອງວັກຊິນ ແລະ ໄວຣັດກາຍພັນ Delta ມີລະດັບແຜ່ລະບາດຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ