IMF ຮຽກຮ້ອງໃຫ້ພາກພື້ນນຳໃຊ້ ສະກຸນເງິນ ເອີໂຣ ຈົ່ງເຄື່ອນໄຫວເພື່ອຊຸຍູ້ການເຕີບໂຕ

 IMF ຮຽກຮ້ອງໃຫ້ພາກພື້ນນຳໃຊ້     ສະກຸນເງິນ ເອີໂຣ ຈົ່ງເຄື່ອນໄຫວເພື່ອຊຸຍູ້ການເຕີບໂຕ - ảnh 1
ທ່ານນາງ Christine Lagarde ຜູ້ອຳນວຍການ​ໃຫຍ່ ກອງ​ທຶນ​ເງິນຕາ​ສາກົນ
ພາບ:internet

(vovworld) -  ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ ​ເອີ​ໂຣ ຄວນ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ກວ່າ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ບັນດາ​ລັດຖະບານ​ໃນ​ພາກ​ພື້ນ ຕ້ອງ​ຮັບ​ຮູ້​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ກົດໝາຍ​ສຳລັບ​ບັນດາ​ບ້ວງ​ຫນິ້ສິນ​ນຳກັນຫລາຍ​ກວ່າ. ນີ້​ແມ່ນ​ຄຳ​ຮຽກຮ້ອງ​ໂດຍ​ທ່ານນາງ Christine Lagarde ຜູ້ອຳນວຍການ​ໃຫຍ່ ກອງ​ທຶນ​ເງິນຕາ​ສາກົນ (IMF) ຍົກ​ອອກ​ໃນ​ວັນ​ທີ 22/5 ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ ​ເຊິ່ງຈັດ​ຂຶ້ນ​ຢ່າງເປັນ​ທາງ​ການຢູ່ ນະຄອນ ບຣຸກ​ແຊນ ປະ​ເທດ​ແບນ​ຊິກ. ທ່ານນາງ Lagarde ຖື​ວ່າ: ​ເພື່ອ​ສະກັດ​ກັ້ນ​ວິ​ກິດ​ການ​ຫນິ້ສິນ, ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ ຕ້​ອງ​ແບ່ງປັນ​ຄວາມ​ຮັບຜິດຊອບ​ດ້ານ​ການ​ເງິນຫລາຍ​ກວ່າ ​ແລະ ຫນຶ່ງ​ໃນ​ບັນດາ​ການ​ມາດ​ຕະການ​ເພ່ືອ​ແບ່ງປັນ​ບ້ວງ​ຫນິ້ສິນ​ນັ້ນ​ແມ່ນ ຈຳຫນ່າຍ​ພັນທະບັດ​ພາກ​ພື້ນ​ນຳ​ໃຊ້ສະກຸນ​ເງິນ​ເອີ​ໂຣ.

 

ຂ່າວ/ບົດ​ອື່ນ