IMF ໃຫ້ຄຳໝັ້ນສັນຍາສົມທົບກັນເຄື່ອນໄຫວໃນທົ່ວໂລກ

(VOVWORLD) -  ຄະນະກຳມະການການເງິນ ແລະ ເງິນຕາສາກົນ (IMFC) ໃຫ້ຄຳໝັ້ນສັນຍາປະຕິບັດບັນດາບາດກ້າວ ທີ່ມີລັກສະນະສັງລວມ ແນໃສ່ຫລຸດຜ່ອນຄວາມສ່ຽງຕ່າງໆ ແລະ ເພີ່ມທະວີຄວາມສາມາດຟື້ນຟູຂອງພື້ນຖານເສດຖະກິດ ໃນສະພາບການເສດຖະກິດທົ່ວໂລກພວມເຕີບໂຕຢ່າງຊັກຊ້າ.

IMF ໃຫ້ຄຳໝັ້ນສັນຍາສົມທົບກັນເຄື່ອນໄຫວໃນທົ່ວໂລກ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລະດູບານໃໝ່ຂອງ  IMF ແລະ WB (ພາບ: AFP/TTXVN)

ວັນທີ 14 ເມສາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຂອບເຂດກອງປະຊຸມລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMFC) ແລະ ທະນາຄານໂລກ (WB) ພວມດຳເນີນຢູ່ ວໍຊີງຕັນ ປະເທດ ອາເມລິກາ, ທ່ານປະທານ IMFC Lesetja Kganyago ໄດ້ເຕື້ອງເຖິງບັນດາສິ່ງທ້າທາຍທີ່ນາບຂູ່ຕໍ່ພື້ນຖານເສດຖະກິດທົ່ວໂລກ, ໃນນັ້ນ ມີບັນດາຄວາມເຄັ່ງຕຶງດ້ານການຄ້າ, ຄວາມສ່ຽງດ້ານພູມສາດການເມືອງ ແລະ ຂາດສະຖຽນລະພາບດ້ານການເມືອງ. ທ່ານປະທານ IMFC Lesetja Kganyago ທັງເປັນຜູ້ວ່າການທະນາຄານສູນກາງ ອາຟຣິກາໃຕ້, ໃຫ້ຮູ້ວ່າ: IMFC ໄດ້ເຫັນດີເປັນເອກະພາບວ່າ ຄວນມີການກະທຳໃນທັນທີ ເພື່ອຮັກສາທ່າເຕີບໂຕຂອງເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ