IMFກ່າວເຕືອນລັດທິອາລັກຂາການຄ້ານາບຂູ່ການເຕີບໂຕທົ່ວໂລກ

IMFກ່າວເຕືອນລັດທິອາລັກຂາການຄ້ານາບຂູ່ການເຕີບໂຕທົ່ວໂລກ - ảnh 1
ຜູ້ອຳນວຍການດ້ານບໍລິຫານ  IMF Christine Lagarde
(ພາບ: THX/TTXVN)

(vovworld) - ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໄດ້​ຕັດສິນ​ຮັກ​ສາລະ​ດັບ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ທົ່ວ​ໂລກ 3,1% ​ໃນ​ປີ​ນີ້ ​ແລະ 3,4% ​ໃນປີ​ຕໍ່​ໄປ. ພ້ອມ​ທັງ IMF ຮຽກຮ້ອງ​ລັດຖະບານ​ບັນດາ​ປະ​ເທດ​ຄວນ​ມີ​ການ​ກະທຳ​ອັນຮີບ​ດ່ວນ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ໄພ​ນາບ​ຂູ່​ຈາກ​ສະພາບ​ການ​ເຕີບ​ໂຕ​ຕ່ຳ ​ແລະ ​ເລື່ອງ​ອາລັກຂາ​ການ​ຄ້າ. ຕາມ​ບົດ​ລາຍການ​ “​ແງ່​ຫວັງ​ເສດຖະກິດ​ໂລກ” ຂອງ IMF ທີ່ປະກາດ​ໃນ​ວັນ​ທີ 04/10, ຄາ​ດຄະ​ເນ​ການ​ເຕີບ​ໂຕ​ທົ່ວ​ໂລກ ​ໃນປີ 2016 ​ແລະ 2017 ​ໄດ້ຮັບ​ການຮັກສາ​ຄົງ​ຕົວ ​ເມື່ອ​ທຽບ​ໃສ່​ລະດັບ ຊຶ່ງລະບອບ​ການ​ເງິນນີ້ ຍົກ​ອອກ​ໃນ​ບົດ​ລາຍ​ງານ​​ເມື່ອເດືອນ 7 ຜ່ານ​ມາ. ​ເຖິງຢ່າງ​ໃດ​ກໍ່ຕາມ IMF ພັດຫລຸດ​​ລະດັບ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຖື​ວ່າ: ສະພາບ​ການ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ຮັ່ງມີ​ໃນ​ປີ​ນີ້ ບໍ່​ດີ​ປານ​ໃດ.

ຂ່າວ/ບົດ​ອື່ນ