IMFໃຫ້ຂໍ້ສັງເກດBrexitບໍ່ກໍ່ຄວາມຊຸດໂຊມໃຫ້ທົ່ວໂລກ

IMFໃຫ້ຂໍ້ສັງເກດBrexitບໍ່ກໍ່ຄວາມຊຸດໂຊມໃຫ້ທົ່ວໂລກ - ảnh 1
ທ່ານນາງ Christine Lagarde
(ພາບ: EPA/TTXVN)

(vovworld) - ​​ ວັນ​ທີ 07/07 ຜູ້ອຳນວຍການ​ໃຫຍ່ກອງ​ທຶນ​ເງິນຕາ​ສາກົນ (IMF) ທ່ານນາງ Christine Lagarde ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເລື່ອງ ອັງກິດ ​ເລືອກ​ເຟັ້ນຖອນອອກ​ຈາກ​ສະຫະພາບ ​ເອີ​ລົບ (ອີ​ຢູ), ຫຼື ​ເອີ້ນ​ວ່າ Brexit ​ໄດ້ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ພໍ​ສົມຄວນ​ສຳລັບ​ເສດຖະກິດ​ໂລກ, ​ແຕ່​​ບໍ່​ພາ​ໄປ​ເຖິງ​ສະພາບ​ຊຸດ​ໂຊມ​​ໃນທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ສຳນັກງານຂອງ IMF ຢູ່ ວໍ​ຊິງ​ຕັນ ​ເມື່ອ​ເລີ່​ມຕົ້ນ​ອາຍຸ​ການ 5 ປີ​ຄັ້ງ​ທີ 2 ຂອງ​ຕົນ ທ່ານ​ນາງ Christine Lagarde ຍອມຮັບ​ວ່າ: Brexit ​ແມ່ນ “ຄວາມ​ສ່ຽງ​ໃຫຍ່” ສຳລັບ​ໂລກ, ​ແຕ່​ເຫດການ​ດັ່ງກ່າວ ພຽງ​ແຕ່ມີ​ຜົນ​ກະທົບ​ໂດຍ​ກົງ​ເຖິງ​ປະ​ເທດ ອັງກິດ ​ແລະ ​​ເກີດ​ຜົນ​ກະທົບ​ເຖິງພາກ​ພື້ນທີ່​ໃຊ້ສະກຸນ​ເງິນ​ລວມ​ເອີ​ລົບ​ເທົ່າ​ນັ້ນ. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ ທ່ານ​ນາງ​ກ່າວ​ເຕືອນ​ບັນດາ​ຜົນ​ກະທົບ ​ແລະ ຄວາມ​ສ່ຽງ​ຈະ​ຮ້າຍ​ແຮງ​ກ່ວາ ຖ້າ​ຫາກ​ບັນດາ​ນັກວາງ​ແຜນ​ນະ​ໂຍບາຍ​ຂອງ ອັງກິດ ​ແລະ ອີ​ຢູ ບໍ່​ຍົກ​ອອກ​ຂອບ​ເຂດ ​ແລະ ​ຂັ້ນ​ຕອນ​ຢ່າງ​ລະອຽດໃຫ້ Brexit ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ