IMFໄດ້ຮັບໃບສະເຫນີຂໍຕໍ່ກຳນົດເວລາໃຊ້ຫນີ້ຂອງເກຼັກ

IMFໄດ້ຮັບໃບສະເຫນີຂໍຕໍ່ກຳນົດເວລາໃຊ້ຫນີ້ຂອງເກຼັກ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກAlexis Tsipras
ພາບ:vnexpress.net/


(vovworld)- ພາຍ​ຫລັງ​ການ​ປະ​ຊຸມ​ດ່ວນ​ທາງ​ໂທ​ລະ​ສັບ​ໃນ​ຄ່ຳ​ຄືນ​ວັນ​ທີ 30/6 ຕາມ​ເວ​ເລ​ຫວຽດ​ນາມ, ກຸ່ມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​ຂອງ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ລົບ ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເຫນີ​ໃນ​ວີ​ນາ​ທີ​ສຸດ​ທ້າຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ກ່ຽວ​ກັບ​ການ​ຕໍ່​ກຳ​ນົດ​ເວ​ລາ​ໂຄງ​ການ​ກູ້​ຊ່ວຍ​ປະ​ເທດນີ້. ກ່ອນ​ຫນ້ານັ້ນ​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Tsipras ໄດ້​ສະ​ເຫນີ​ບ້ວງເງິນ​ກູ້​ຊ່ວຍ​ທີ 3 ລວມ​ມູນ​ຄ່າກວ່າ 29 ຕື້ ເອີ​ໂຣ ເພື່ອ​ຮັບ​ໃຊ້​ບັນ​ດາ​ຄວາມ​ຕ້ອງ​ການ​ການ​ເງິນ​ຂອງ ເກຼັກ ໃນ​ສອງ​ປີ​ຈະ​ມ​າ​ເຖິງ ແລະ ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ບ້ວງ​ຫນີ້​ຂອງ​​ເກຼັກ ຄືນ​ໃຫມ່. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ເຈົ້າ​ຫນ້າ​ທີ່​ ເອີ​ລົບ ຫລາຍ​ທ່ານ ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເຫນີ​ດັ່ງ​ກ່າວ​ຂອງ ເກ​ຼັກ, ແຕ່​ບາງທ່ານ​ລະ​ແວງ​ສົງ​ໄສວ່າ ທ່ານ Tsipras ຍົກ​ອອກ​ຂໍ້​ສ​ະ​ເຫນີ​ດັ່ງ​ກ່າວ ເພື່ອ​ປັບ​ປຸງ​ທີ່​ຕັ້ງ​ຂອງ​ຕົນ​ກ່ອນ​ທີ່ລົງ​ປະ​ຊາ​ມະ​ຕິ​ຢູ່ ເກັຼັກ ໃນ​ວັນ​ທີ 5/7 ຈະ​ມາ​ເຖິງ ກ່ຽວ​ກັບ​ບັນ​ດາ​ເງື່ອນ​ໄຂຮັດ​ເຄັ່ງ​ຂອງ​ບັນ​ດາ​ເຈົ້າ​ຫນີ້​ເພື່ອ​ແລກ​ເອົາ​ບ້ວງ​ກູ້​ຊ່ວຍ​ໃຫມ່.

ຂ່າວ/ບົດ​ອື່ນ