Infobae: ຫວຽດນາມ ຈະນຳໜ້າການເຕີບໂຕດ້ານສັບຊິນທົ່ວໂລກໃນທົດສະວັດຈະມາເຖິງ

(VOVWORLD) - ຂໍ້ມູນຂອງທະນາຄານໂລກ (WB) ຊີ້ໃຫ້ເຫັນວ່າ, ປະຈຸບັນ ຫວຽດນາມ ມີເສດຖີ 19.400 ຄົນ ແລະ ເສດຖີເງິນຕື້ 58 ຄົນ.
Infobae: ຫວຽດນາມ ຈະນຳໜ້າການເຕີບໂຕດ້ານສັບຊິນທົ່ວໂລກໃນທົດສະວັດຈະມາເຖິງ - ảnh 1ບົດຂຽນໃນໜັງສືພິມມີຊື່ສຽງຢູ່ ອັກຊັງຕິນ
(ພາບ: TTXVN)

ວັນທີ 23 ກຸມພາ, Infobae, ແມ່ນໜຶ່ງໃນບັນດາໜັງສືພິມມີຊື່ສຽງຢູ່ ອັກຊັງຕິນ, ໄດ້ລົງບົດຂຽນ “ປະເທດໃດຈະນຳໜ້າການເຕີບໂຕດ້ານຊັບສິນທົ່ວໂລກໃນທົດສະວັດຈະມາເຖິງ?”, ໃນນັ້ນ, ໄດ້ຄາດຄະເນວ່າ, ຫວຽດນາມ ຈະນຳໜ້າທົ່ວໂລກກ່ຽວກັບການເຕີບໂຕໃນທົດສະວັດຈະມາເຖິງ.

    ຂໍ້ມູນຂອງທະນາຄານໂລກ (WB) ຊີ້ໃຫ້ເຫັນວ່າ, ປະຈຸບັນ ຫວຽດນາມ ມີເສດຖີ 19.400 ຄົນ ແລະ ເສດຖີເງິນຕື້ 58 ຄົນ. ຕາມ Infobae ແລ້ວ, ນີ້ແມ່ນສັນຍານຊີ້ໃຫ້ເຫັນຄວາມຂະຫຍັນຂັນເຄື່ອນດ້ານເສດຖະກິດຂອງ ຫວຽດນາມ ກໍຄືຄວາມສາມາດດຶງດູດ ແລະ ສ້າງສັບຊິນ ແລະ ຄາດວ່າ, ຫວຽດນາມ ຈະມີລະດັບເຕີບໂຕດ້ານສັບຊິນ 110%. ເມື່ອເຕື້ອງເຖິງການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI), ບົດຂຽນໄດ້ຮັບຮູ້ວ່າ, ຫວຽດນາມ ໄດ້ກາຍເປັນສະຖານທີ່ດຶງດູດໃຈບັນດານັກລົງທຶນ, ດ້ວຍລະດັບເພີ່ມຂຶ້ນ 32% ໃນປີ 2023 ເມື່ອທຽບໃສ່ປີ 2022, ບັນລຸ 36,6 ຕື້ USD. FDI ແມ່ນກຳລັງໜູນສຳຄັນສຳລັບການເຕີບໂຕເສດຖະກິດຂອງ ຫວຽດນາມ, ໜູນຊ່ວຍວິວັດການຫັນປະເທດຊາດເປັນອຸດສາຫະກຳ, ໃນນັ້ນ ຖືການສົ່ງອອກເປັນຈຸດຫຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ