IPU 132:ຊອກຫາ ຮູບແບບເລຂາທິການໃຫຍ່ໃຫ້ສະພາແຫ່ງຊາດຫວຽດນາມ

IPU 132:ຊອກຫາ ຮູບແບບເລຂາທິການໃຫຍ່ໃຫ້ສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານຫງວຽນແຮ້ງຟຸກ ຕອບສຳພາບຕໍ່ນັກຂ່າວ VOV

(vovworld) - ​​​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132) ​ໄດ້​ດຳ​ເນີນ​ 4 ວາລະ​ປະຊຸມ​ຂອງ​ສະຫະພັນ​ສະມາຄົມ​ບັນດາ​ເລຂາທິການ​ໃຫຍ່​ລັດຖະສະພາ (ASGP). ຕອນ​ເຊົ້າ​ວັນ​ທີ 1/4, ວາລະ​ປະຊຸມດັ່ງ​ກ່າວ​ສືບ​ຕໍ່​ໄດ້​ຮັບ​ການ​ປຶກສາ​ຫາລື. ​ເມື​່ອຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ ຫງວຽນ​ແຮ້ງ​ຟຸກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຫວຽດນາມ ​ໃຫ້​ຮູ້​ວ່າ:​ ສະພາ​ແຫ່ງ​ຊາດ ຫວຽດນາມ ປາດ​ຖະໜາ​ວ່າ, ​ຜ່ານ ASGP ຈະສາມາດ​ຊອກ​​ໄດ້​ຮູບ​ແບບ​ຊ່ວຍ​ວຽກ​ໃຫ້​ສະພາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ.

        ປະຕິບັດ​ລັດຖະທຳ​ມະນູນ 2013 ທີ່ມີ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ, ​ໃນ​ນັ້ນ​​ໄດ້​ວາງອອກ​ຮູບ​ແບບ​ໃໝ່​ແມ່ນ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ. ຮູບ​ແບບ​ນີ້​ໄດ້​ລະບຸ​ຢ່າງຈະ​ແຈ້ງວ່າ ມີ​ເລຂາທິການ​ໃຫຍ່ ​ແລະ ບັນດາ​ຄະນະ​ຊ່ວຍ​ວຽກ​ໃຫ້​ເລຂາທິການ​ໃຫຍ່. ​ເລຂາທິການ​ໃຫຍ່​ ທັງ​ແມ່ນ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ. ປະຈຸ​ບັນ​ເຮັດ​ແນວ​ໃດ​ໃຫ້​ບົດບາດ​ໜ້າ​ທີ່​ຂອງ​ເລຂາທິການ​ໃຫຍ່, ຄະນະ​ເລຂາ ​ແລະ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ບໍ່​ຊຳ້​ກັນ, ​ເຮັດ​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເລຂາທິການ​​ໃຫຍ່, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ບົດບາດ​ຂອງ​ຄະນະ​ເລຂາ ​ເພື່ອ​ຮັບ​ໃຊ້​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ. ​ເມື່​ອ ຫວຽດນາມ ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ໃຫຍ່ IPU-132, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ກາລະ​ໂອກາດ​​ເພື່ອພວກ​ເຮົາ​ສະ​ເໜີ​ຮູບ​ແບບດັ່ງກ່າວ​​ແນ​ໃສ່ຊອກ​ຮູ້, ຮຳ່ຮຽນ​ບັນດາ​ຮູບ​ແບບ​ໃນ​ໂລກ. ທີ່​ກອງ​ປະຊຸມ​ນີ້​ມີ 166 ປະ​ເທດ​ສະມາຊິກ ພວກ​ເຮົາ​ມີ​ໂອກາດ​ສຳພັດ, ​ແລກປ່ຽນກັບ​ບັນດາ​ເລຂາທິການ​ໃຫຍ່. ນີ້​ແມ່ນ​ກາລະ​ໂອກາດ​ຂອງ​ພວກ​ເຮົາ.

        ທ່ານ ຫງວຽນ​ແຮ້ງ​ຟຸກ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ຫົວ​ຂໍ້​ທີ່​ດີ,​ ​ໄດ້​ຮັບ​ຄວາ​ມເອົາ​ໃຈ​ໃສ່​ຈາກເພື່ອນ​ຮ່ວມ​ອາຊີບແມ່ນ​ບັນດາ​ສະມາຊິກ​ລັດຖະສະພາ​ໃນ​ສະຫະພັນ​ລັດຖະສາ​ພາສາ​ກົນ.

ຂ່າວ/ບົດ​ອື່ນ