IPU132ກ້າວເຂົ້າສູ່ມື້ເຮັດວຽກສຸດທ້າຍ

IPU132ກ້າວເຂົ້າສູ່ມື້ເຮັດວຽກສຸດທ້າຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ IPU 132
ພາບ:laodong.com.vn

(vovworld)-ວັນ​ທີ 1/4, IPU132 ອັດ​ລົງ​ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 5 ວັນ​ຢູ່ ຮ່າ​ໂນ້ຍ. ຄາດ​ວ່າ IPU132 ຮັບ​ຮ​ອງ​ເອົາ ຮ່າງ​ມະ​ຕິ 3 ສະ​ບັບ ນັ້ນ​ແມ່ນ: ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ໃຫມ່​ໃນກາ​ນ​ຄຸ້ມ​ຄອງ​ແຫລ່ງ​ນ້ຳ, ຊຸກ​ຍູ້​ການ​ກະ​ທຳ​ຂອງ​ລັດ​ຖະ​ສະ​ພາ​ກ່ຽວ​ກັບ​ບັນ​ຫາ​ນ້ຳ; ຮ່າງ​ມະ​ຕິ “ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ແລະ ສິດ​ທິ​ມະ​ນຸດ”. ກ່ອນ​ຫນ້ານັ້ນ ໃນ​ວາ​ລະ​ປືກ​ສາ​ຫາ​ລື​ໃນ​ຕອນ​ບ່າຍ​ວັນ​ທີ31/3, IPU132 ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ບັນ​ຫາ​ຮີບ​ດ່ວນ​ໃນ​ການ​ຕ້ານ​ກໍ່​ກ້ານ​ຮ້າຍ. ນີ້​ແມ່ນ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ ຊື່ງ IPU132 ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ເຂັ້ມ​ງວດ​ໃນ​ຕະ​ຫລອດ 4 ວັນ​ຜ່ານ​ມາ. ຄາດ​ວ່າ IPU132 ຈະ​ອອກ​ຖະ​ແຫລງ​ການ​ຮ່າ​ໂນ້ຍ, ສະ​ແດງ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ​ແບບ​ຍື​ນ​ຍົງ.

 

ຂ່າວ/ບົດ​ອື່ນ