IS ຍອມຮັບການດຳເນີນເຫດບຸກໂຈມຕີໃສ່ໂບດຢູ່ ປາກິດສະຖານ

(VOVWORLD) - ວັນທີ 17 ທັນວາ, ອົງການ “ລັດອິດສະລາມ” (IS) ຍອມຮັບໄດ້ດຳເນີນເຫດບຸກໂຈມຕີ ໃສ່ໂບດຂອງຊາວກາໂຕລິກ ຢູ່ນະຄອນ Quetta ເມືອງເອກລັດ Balochistan ຂອງ ປາກິດສະຖານ
IS ຍອມຮັບການດຳເນີນເຫດບຸກໂຈມຕີໃສ່ໂບດຢູ່ ປາກິດສະຖານ - ảnh 1 ເຫດບຸກໂຈມຕີ ໃສ່ໂບດຂອງຊາວກາໂຕລິກ ຢູ່ນະຄອນ Quetta (ພາບ: THX/TTXVN)

ເຮັດໃຫ້ກ່ວາ 50 ຄົນເສຍຊີວິດ ແລະ ຮັບບາດເຈັບ. ສຳນັກຂ່າວສານ Amaq ຂອງ IS ໄດ້ອັບເດດຖະແຫຼງການສະບັບໜຶ່ງ ໃນນັ້ນ ຊີ້ແຈ້ງວ່າ ສະມາຊິກ IS 2 ຄົນໄດ້ດຳເນີນເຫດບຸກໂຈມຕີ ແຕ່ບໍ່ສະໜອງຫຼັກຖານເທື່ອ. ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ ປາກິດສະຖານ ໃຫ້ຮູ້ວ່າ: ມີມືປືນ 4 ຄົນໄດ້ບຸກໂຈມຕີໃສ່ໂບດດັ່ງກ່າວ ໃນຂະນະທີ່ມີສາມັນຊົນກ່ວາ 500 ຄົນພວມເຂົ້າຮ່ວມພິທີພາວະນາກ່ອນວັນຄຼິດສະມາດ. ຜູ້ວາງລະເບີດຄົນໜຶ່ງຖືກດັບສູນ, ເປົ້າໝາຍໜຶ່ງອີກໄດ້ເຮັດໃຫ້ລະເບີດແຕກເມື່ອເຂົ້າໄປໃນໂບດ ແລະ ມືປືນ 2 ຄົນຫລົບໜີອອກຈາກສະຖານທີ່ເກີດເຫດ ພາຍຫລັງຍິງປືນໃສ່ກຸ່ມຄົນ. ຢ່າງໜ້ອຍສຸດມີ 8 ຄົນເສຍຊີວິດ ແລະ 45 ຄົນຮັບບາດເຈັບໃນເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ