IS ຍອມຮັບດຳເນີນເຫດວາງລະເບີດສະຫຼະຊີບຢູ່ Yemen

IS ຍອມຮັບດຳເນີນເຫດວາງລະເບີດສະຫຼະຊີບຢູ່ Yemen - ảnh 1
ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊ​ີບ​ໃນ​ວັນ​ທີ 18/12, ຢູ່​ນະ​ຄ​ອນ Aden
(ພາບ: EPA/TTXVN)


(vovworld) - ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ​ຍອມ​ຮັບ​ວ່າ​ໄດ້​ດຳ​ເນີນ​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊ​ີບ​ໃນ​ວັນ​ທີ 18/12, ຢູ່​ນະ​ຄ​ອນ Aden, Yemen. ໃນ​ຖະ​ແຫຼງ​ການ​ໜຶ່ງ​ຂອງ IS ໃຫ້​ຮູ້​ວ່າ, ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ການວາງ​ລະ​ເບີດ​ສະ​ຫຼະ​ຊີບ​ໂດຍ​ແມ່ນ​ Abu Hashem Al Radfani ປະ​ຕິ​ບັດ​. ກ່ອນ​ໜ້ານັ້ນ, ​ວົງ​ການ​​ເຈົ້າ​ໜ້າ​ທີ່ດ້ານ​ການ​ທະ​ຫານ Yemen ໃຫ້​ຮູ້​ວ່າ, ຜູ້​ວາງ​ລະ​ເບີດ​ສະ​ຫຼ​ະ​ຊີບ​ໄດ້​ເຮ​ັດ​ໃຫ້​ລະ​ເບີດ​ແຕກ​ຢູ່​ໃຈ​ກາງ​ພົນ​ທະ​ຫານ​ພວມ​ຢືນ​ລໍ​ຖ້າ​ຮັບ​ເງິ​ນ​ເດືອນ ຢູ່ນອກ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຢູ່ Aden ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

       ຈຳ​ນວນ​ພົນ​ທະ​ຫານ​ຖືກ​ເສຍ​ຊີ​ວິດ​ໃນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນ 49 ຄົນ ແລະ ​ຜູ້​ອື່ນ​ນັບ​​ສິບ​ຄົນ​ຖືກ​ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ